ສານສະເເດງຄວາມຊົມເຊີຍ ເນື່ອງໃນໂອກາດວັນປະກາດເອກະລາດ ເເຫ່ງ ສ. ຟິລິບປິນ ຄົບຮອບ 127 ປີ

17/06/2025

ນະຄອນຫຼວງວຽງຈັນ, ວັນທີ  11 ມິຖຸນາ 2025

ພະນະທ່ານ,

ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ຟີລິບປິນ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ.

ຂ້າພະ​ເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງຕະຫຼອດມາ ແລະ ປີ 2025 ນີ້ ຖືເປັນຂີດໝາຍທີ່ສຳຄັນ ທີ່ພວກເຮົາຈະໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຟີລິບປິນ, ຂ້າພະເຈົ້າ ມີຄວາມຍິນດີເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືືີທີ່ດີງາມຢູ່ແລ້ວນັ້ນ ໃຫ້ເລິກເຊິ່ງ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.

        ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ມາຍັງ ພະນະທ່ານ ຈົງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນຟີລິບປິນເພື່ອນມິດ ສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຕະຫຼອດໄປ.

        ດ້ວຍຄວາມ​ນັບຖືຢ່າງສູງ,

 

 

 

 

ທອງລຸນ ສີສຸລິດ

 

ພະນະທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ

ທີ່ ມະນີລາ

*

 

ນະຄອນຫຼວງວຽງຈັນ, ວັນທີ 11 ມິຖຸນາ 2025

 

ພະນະທ່ານ,

          ເນື່ອງ​ໃນ​ໂອກາດອັນສະຫງ່າລາສີ​ວັນປະກາດເອກະລາດ ແຫ່ງ ສາທາລະນະ​ລັດ ຟີລິບປິນ ຄົບຮອບ 127 ປີ, ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ກໍຄື ​ໃນ​ນາມສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍຖືເປັນກຽດສົ່ງຄຳ​ຊົມ​ເຊີຍອັນ​ຈິງ​ໃຈ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ ມາ​ຍັງ ພະນະ​ທ່ານ ພ້ອມດ້ວຍປະຊາຊົນ ຟີລິບປິນ​ ເພື່ອນ​ມິດ ທຸກຖ້ວນໜ້າ.

ຂ້າພະ​ເຈົ້າ ມີຄວາມປິຕິຍິນດີເປັນຢ່າງສູງ ທີ່ເຫັນວ່າສອງປະເທດພວກເຮົາ ມີສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຮ່ວມກັນຕະຫລອດໄລຍະ 7 ທົດສະວັດທີ່ຜ່ານມາ ແລະ ໃນປີນີ້ ພວກເຮົາຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ70 ປີ. ຂ້າພະເຈົ້າ ຕີລາຄາສູງຕໍ່ຫມາກຜົນຂອງການພົບປະສອງຝ່າຍຂອງພວກເຮົາ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ ປະເທດມາເລເຊຍ ໃນເດືອນຜ່ານມາ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອຮ່ວມກັນຂະຫຍາຍການຮ່ວມມືໃນຂົງເຂດໃຫມ່ ແນໃສ່ຊຸກຍູ້ສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ ໃນຊຸມປີຕໍ່ໜ້າ.   

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີຄວາມຜາສຸກ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ຂອງ ພະນະທ່ານ ແລະ ປະຊາຊົນ ຟີລິບປິນ ສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,                                                 

 

 

                                                                                     (ລາຍເຊັນ)

ສອນໄຊ ສີພັນດອນ

 

 

ພະນະທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ.

ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ

ທີ່ ມະນີລາ

 

*

                   Vientiane,   11  June 2025

     Excellency,

  I have a great pleasure to convey my warmest congratulations and best wishes to Your Excellency and through Your Excellency to the entire staff of the Department of Foreign Affairs of the Republic of the Philippines on the auspicious occasion of the 127th Anniversary of the Independence Day of the Republic of the Philippines.

  This year the Lao People’s Democratic Republic and the Republic of the Philippines mark the 70th Anniversary of our long-standing friendship and good relations. Therefore, I am joyful that we have organized many activities to jointly celebrate this meaningful year including my forthcoming official visit to the Philippines and act as co-chair our 3rd JCBC in August. I stand ready to working closely with Your Excellency in both bilateral and multilateral frameworks including within our ASEAN family with an aim to bring our bilateral relations to new heights in the years ahead.

  May I wish Your Excellency and all the staff of the Department of Foreign Affairs of the Republic of the Philippines good health, happiness and greater success in your noble tasks and I look forward to meeting with Your Excellency in the near future.

Please accept, Excellency, the assurances of my highest consideration.

 

 

 

 

                                                                                                                 

                                                                                           Thongsavanh PHOMVIHANE         

H.E. Enrique A. Manalo,

Secretary of Foreign Affairs

Republic of the Philippines

Manila