ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະຣາຊະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ

05/06/2025

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ເອກອັກຄະຣາຊະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ

 

ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ເມລານີ ລຸຍສ໌ ບາໂລ (Melanie Louise Barlow), ເອກອັກຄະຣາຊະທູດ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ການ​ເຂົ້າຢ້ຽມຂໍ່ານັບດັ່ງກ່າວ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

 

 

ປີ 2025 ແມ່ນຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ​ແລະ ສະຫະຣາຊະອານາຈັກອັງກິດ​ ແລະ ອຽກລັງເໜືອ, ສອງຝ່າຍໄດ້ມີການຈັດກິດຈະກໍາຮ່ວມກັນ ພ້ອມທັງມີແຜນການຈັດງານສະເຫຼີມ ສະຫຼອງວັນສໍາຄັນດັ່ງກ່າວໃນທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1955 ການ​ພົວພັນ​ຮ່ວມມື ລະຫວ່າງ ​ສອງ​ປະ​ເທດ​ແມ່ນ​ມີທ່າກ້າວ ແລະ ຂະຫຍາຍຕົວດີຂຶ້ນ. ສປປ ລາວ ແລະ ສ.ອັງກິດ ໄດ້ມີການຮ່ວມມືທີ່ດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊັ່ນ: ວຽກ​ງານ​ສາ​ທາ​ລະ​ນະ​ສຸກ, ​ວຽກງານ​ການ​ສຶກ​ສາ ແລະ ໂຄງ​ການ​ເກັບ​ກູ້​ລະ​ເບີດທີ່ບໍ່ທັນແຕກ. ຄຽງ​ຄູ່​ກັນ​ນັ້ນ, ກໍ່ຍັງ​ໃຫ້​ການ​ຊ່ວຍ​ເຫຼືອ​​ໃນການ​ຈັດ​ຝຶກ​ອົບ​ຮົມ​​ສຳ​ລັບ​ຂະແໜງ​ການ​ຕ່າງໆ, ​​ເຊິ່ງເປັນ​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​​ ສ​ປ​ປ ລາວ. ນອກນັ້ນ, ທັງສອງຝ່າຍຍັງໄດ້​ມີການແລກປ່ຽນການຢ້ຽມ​ຢາມ​ຂອງຄະນະຜູ້ແທນ ລະ​ຫວ່າງ​ ກະ​ຊວງ​ຂະ​ແໜງ​ການ ​ຂອງ ສອງປະເທດຢ່າງເປັນປົກກະຕິ.