ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30

05/06/2025

ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30

 

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ພາຍໃຕ້ຫົວຂໍ້ “ ສິ່ງທ້າທາຍສຳລັບອາຊີ ໃນໂລກທີ່ມີຄວາມຜັນແປຢ່າງສັບສົນ              ( Asia’s Challenge in a Turbulent World)”, ຊຶ່ງຈັດຂຶ້ນໂດຍສໍານັກຂ່າວນິກເກອິ (NIKKEI), ໃນລະຫວ່າງວັນທີ 29-30 ພຶດສະພາ 2025, ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ.

 

   

ໃນກອງປະຊຸມຄັ້ງນີ້, ພະນະທ່ານ ປະທານປະເທດ ໄດ້ຂຶ້ນກ່າວຄໍາປາໃສ ໂດຍໄດ້ສະແດງວິໃສທັດ, ຊຶ່ງມີເນື້ອໃນສ່ອງແສງໃຫ້ເຫັນເຖິງ ບົດບາດຄວາມສໍາຄັນຂອງອາຊີ, ສັນຕິພາບ ແລະ ຄວາມໜັ້ນຄົງໃນພາກພື້ນ ແລະ ສາກົນ ແລະ  ສະພາບປະຈຸບັນທີ່ໂລກກໍາລັງປະເຊີນກັບຄວາມຫຸ້ຍງຍາກ, ສັບສົນ, ຄວາມຂັດແຍ່ງທີ່ເກີດຈາກສົງຄາມການຄ້າ, ບັນຫາໄພທໍາມະຊາດ, ບັນຫາການປ່ຽນແປງດິນຟ້າອາກາດ, ບັນຫາການນໍາໃຊ້ລະບົບຂໍ້ມູນຂ່າວສານ (IT), ເຕັກໂນໂລຊີ  ແລະ ໄພຂົ່ມຄູ່ທາງອິນເຕີເນັດ   (Cyber Security), ເຊິ່ງສະພາບການທ້າທາຍດັ່ງກ່າວມັນຮຽກຮ້ອງໃຫ້ປະຊາຊາຄົມໂລກ ກໍ່ຄື້ ພາກພື້ນອາຊີ ໃນຖານະເປັນຫົວຈັກຂັບເຄື່ອນທີ່ສໍາຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນ ແລະ ໂລກ ທັງເປັນຜູ້ສ້າງຕັ້ງຫຼາຍກົນໄກການຮ່ວມມືໃໜ່ທີ່ກວ້າງຂວາງ ແລະ ຮອບດ້ານ, ເຊິ່ງຈະຕ້ອງໄດ້ສືບຕໍ່ຍົກສູງບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍດັ່ງກ່າວ ແນ່ໃສເພື່ອປົກປ້ອງ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໜັ້ນຄົງ, ແກ້ໄຂບັນຫາບົນຫລັກການປະຊາທິປະໄຕ, ສະເໝີພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ເຄົາລົບເຊິ່ງກັນ ແລະ ກັນ,  ພ້ອມທັງ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາ, ການເຊື່ອມໂຍງ, ການເຊື່ອມຈອດ ແລະ ການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

 

ພະນະທ່ານ ປະທານປະເທດ  ໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ, ເຊິ່ງປີ 2025 ນີ້ ກໍເປັນປີທີ່ມີຄວາມໝາຍສຳຄັນສຳລັບສອງປະເທດ ກໍຄື ຄົບຮອບ 70 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ຫລະຫວ່າງ ລາວ-ຍີ່ປຸ່ນ, ແລະ 60 ປີ ຂອງການເຂົ້າໄປຊ່ວຍເຫລືອ ສປປ ລາວ ຂອງ ອາສາສະໝັກ ຍີ່ປຸ່ນ ທັງເປັນປີແຫ່ງການຍົກລະດັບການພົວພັນ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ຈາກ ຄູ່ຮ່ວມຍຸດທະສາດ (Strategic Partnership) ຂື້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ (Comprehensive Strategic Partnership).

 

ພ້ອມດຽວກັນນີ້. ພະນະທ່ານ ປະທານປະເທດ ຍັງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຂອງຍີ່ປຸ່ນ ເປັນຕົ້ນ ໜັງສືພິມ ນິກເກອິ, ສະຖານີໂທລະພາບ TV Tokyo ແລະ BS TV Tokyo ກ່ຽວກັບ ການແກ້ໄຂບັນຫາທີ່ເຄັ່ງຮ້ອນຂອງພາກພື້ນ ແລະ ສາກົນ ທີ່ຕິດພັນກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

  

  

ໃນໄລຍະເຄື່ອນໄຫວ ຢູ່ ນະຄອນຫລວງໂຕກຽວ, ພະນະທ່ານ ປະທານປະເທດ ຍັງໄດ້ເຂົ້າຢ້ຽມພົບປະ ກັບ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ (His Majesty the Emperor NARUHITO of Japan), ພົບປະສອງຝ່າຍ ກັບ ພະນະທ່ານ ອິຊິບະ ຊິເງະຣຸ (H.E ISHIBA Shigeru), ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ, ຮັບການຢ້ຽມຂໍ່ານັບຂອງທ່ານ ນ. ຊຶຈິຢະ ຊິນາໂກະ (Hon. Ms. TSUCHIYA Shinako), ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ລາວ ແລະ ຍີປຸ່ນ ກໍຄືຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ເປັນຮູບປະທໍາເທື່ອລະກ້າວ ແລະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງປະທານທະນາຄານການລົງທຶນໂຄງລ່າງພື້ນຖານອາຊີ (AIIB) ເພື່ອຮັດແຫນ້ນການຮ່ວມມືດ້ານການພັດທະນາພື້ນຖານໂຄງລ່າງ ຢູ່ ສປປ ລາວ ໃນຕໍ່ຫນ້າອີກດ້ວຍ.