ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ-ກໍາປູເຈຍ ປຶກສາຫາລືການພົວພັນຮ່ວມມືສາມຝ່າຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມກ່ຽວຂ້ອງ ທີ່ີ ມາເລເຊຍ

05/06/2025

ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ-ກໍາປູເຈຍ ປຶກສາຫາລືການພົວພັນຮ່ວມມືສາມຝ່າຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມກ່ຽວຂ້ອງ ທີ່ີ ມາເລເຊຍ

 

ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ບຸຍ ແທັງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ແລະ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກຳປູເຈຍ ເພື່ອປຶກສາຫາລືການຮ່ວມມືສາມຝ່າຍ ລະຫວ່າງ ລາວ, ຫວຽດນາມ ແລະ ກຳປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-27 ພຶດສະພາ 2025 ທີ່ ກົວລາລໍາເປີ, ປະເທດມາເລເຊຍ.

 

ໃນໂອກາດດຽວກັນນີ້, ສາມຝ່າຍ ໄດ້ຕີລາຄາສູງ ຕໍ່ມູນເຊື້ອການພົວພັນຮ່ວມມືທີ່ດີ ລະຫວ່າງ ສາມປະເທດທີ່ສືບຕໍ່ໄດ້ຮັບການພັດທະນາ ໃຫ້ນັບມື້ນັບຂະຫຍາຍຕົວ, ລວມທັງຜົນສຳເລັດໃນການຮ່ວມມືຜ່ານມາ ແລະ ເຊື່ອໝັ້ນວ່າ ບັນດາກົນໄກນີ້ ຈະສືບຕໍ່ປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສາມປະເທດ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ສາມກະຊວງການຕ່າງປະເທດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນກົນໄກປະຕິບັດກັນຜ່ານມາຂອງສາມກະຊວງ ທັງເປັນການສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງຂອງສາມຊາດ ອິນດູຈີນທີ່ມີມາແຕ່ດົນນານ.  ສາມຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະຕ່າງໆຮ່ວມກັນຢ່າງກົງໄປກົງມາໃນຫຼາຍບັນຫາ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນການພົບປະ ຂອງຜູ້ນຳສາມພັກ ກໍ່ຄືຜົນການພົບປະ ຂອງ ສາມນາຍົກລັດຖະມົນຕີ ໃນທ້າຍເດືອນກຸມພາ ທີ່ຜ່ານມາ ໃຫ້ປະກົດຜົນເປັນຮູບປະທຳ.

 

 

ພ້ອມນີ້, ສາມຝ່າຍ ຍັງເຫັນດີສືບຕໍ່ພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງ ແໜ້ນແຟ້ນ ເພື່ອຕິດຕາມ, ຊຸກຍູ້ ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງສາມປະເທດ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການພົບປະ ຂອງ ການນໍາຂັ້ນສູງ ຂອງ ສາມພັກ, ສາມລັດ ເປັນຕົ້ນແມ່ນ: ການຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ການເຊື່ອມໂຍງດ້ານພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.

 

ໃນຕອນທ້າຍ, ສາມຝ່າຍ ຕ່າງກໍ່ສະແດງຄວາມຂອບໃຈຕໍ່ກັນ ທີ່ຍາມໃດກໍ່ໃຫ້ຄວາມເອົາໃຈໃສ່ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສາມປະເທດ ໃຫ້ສືບຕໍ່ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງ 3 ປະເທດ ກໍ່ຄື ສາມກະຊວງການຕ່າງປະເທດ ທີ່ມີມູນເຊື້ອອັນດີງາມ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ.