ການເຂົ້້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ 78 ຂອງ ອົງການອະນາໄມໂລກ

04/06/2025

ການເຂົ້້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ 78 ຂອງ ອົງການອະນາໄມໂລກ

ໃນວັນທີ 19-27 ພຶດສະພາ 2025,  ຄະນະຜູ້ແທນ ແຫ່ງ ສປປ ລາວ ທີ່ປະກອບດ້ວຍຄະນະຈາກສຳ​ນັກ​ງານຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ສ​ປ​ປ ລາວ ປະ​ຈຳຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ ທີ່ ເຊີ​ແນວ ແລະ ກະຊວງສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ 78 ຂອງ ອົງການ ອະນາໄມໂລກ ພາຍໃຕ້ຄຳຂວັນ “ໂລກດຽວ ເພື່ອສຸຂະພາບ-One World for Health”.

ໃນກອງປະຊຸມພາກລະດັບສູງໃນວັນທີ 20 ພຶດສະພາ 2025, ບັນດາຜູ້ນຳໂລກຈຳນວນຫນຶ່ງ ໄດ້ກ່າວປາໄສໃນກອງປະຊຸມ ແລະ ຜ່ານການບັນທຶກວີດີໂອ, ລວມທັງພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ກ່າວປາໄສ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໂດຍການຮ່ວມມືຢ່າງໃກ້ຊິດກັບອົງການອະນາໄມໂລກ ໃນຂົງເຂດວຽກງານສຸຂະພາບແມ່ ແລະ ເດັກ, ການໃຫ້ວັກຊີນກັນພະຍາດ, ການຄວບຄຸມພະຍາດຕິດຕໍ່, ການຍົກສູງຂີດຄວາມສາມາດຂອງພະນັກງານແພດໝໍ ແລະ ຄຸນນະພາບການບໍລິການສາທາລະນະສຸກ, ວຽກງານສົ່ງເສີມສຸຂະພາບ ແລະ ຂົງເຂດອື່ນໆ, ເຊິ່ງໄດ້ເຮັດໃຫ້ປະຊາຊົນລາວ ມີສຸຂະພາບດີຂຶ້ນ ແລະ ຍັງໄດ້ຊ່ວຍສ້າງຜົນງານອັນພົ້ນເດັ່ນຫຼາຍຢ່າງ ເຊັ່ນ: ການປະກາດລົບລ້າງພະຍາດໂປລິໂອ ໃນປີ 2000, ລົບລ້າງພະຍາດຕາສານ ໃນປີ 2017 ແລະ ລົບລ້າງພະຍາດຂາຊ້າງ ຢ່າງເປັນທາງການ ໃນປີ 2023, ອັດຕາການເສຍຊີວິດຂອງແມ່ລະຫວ່າງການຖືພາ ແລະ ການເກີດລູກ ໄດ້ຫຼຸດລົງຫຼາຍກວ່າ 80% ແຕ່ປີ 2000 ຫາ ປີ 2023 ເຊິ່ງເປັນໜຶ່ງໃນອັດຕາທີ່ຫຼຸດລົງໄວທີ່ສຸດໃນໂລກ. ພ້ອມກັນນັ້ນ,​ ທ່ານ ຍັງໄດ້ເວົ້າເຖິງເປົ້າຫມາຍ ແລະ ທິດທາງໃນຕໍ່ຫນ້າ ກໍ່ຄືຄວາມສຳຄັນຂອງອົງການອະນາໄມໂລກ ທີ່ຈຳເປັນຕ້ອງມີຊັບພະຍາກອນທີ່ເໝາະສົມ ແລະ ຍືນຍົງ ແລະ ສັນຍາ ວ່າດ້ວຍການລະບາດຂອງພະຍາດ ທີ່ຈະເປັນເຄື່ອງມືອັນຫນຶ່ງ ໃນການບັນລຸເປົ້າໝາຍຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳໂດຍທ່ານ ດາວວີ ວົງໄຊ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ກໍ່ໄດ້ປະກອບຄຳເຫັນໃນກອງປະຊຸມຄະນະກຳມະການ ແລະ ກອງປະຊຸມພາກຄົບຄະນະ ພ້ອມທັງ ເຂົ້າຮ່ວມລົງຄະແນນສຽງເພື່ອຮັບຮອງບາງຍັດຕິທີ່ສຳຫລາຍຂອງຄະນະກຳມະການຕ່າງໆນອກຈາກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ເພື່ອເປັນການຂົນຂວາຍຜູ້ໃຫ້ທຶນ ແລະ         ຄູ່ຮ່ວມພັດທະນາ ເປັນຕົ້ນ: ປະເທດ ອົດສະຕາລີ, ອົງການ GAVI ເພື່ອໃຫ້ການຊ່ວຍເຫລືອທາງດ້ານເຕັກນິກ-ວິຊາການ ແລະ ທຶນເຂົ້າໃນການປັບປຸງວຽກສາທາລະນະສຸກ ຂອງ ສປປ ລາວ.

ຜົນສຳເລັດທີ່ເປັນປະຫວັດສາດ ຂອງ ກອງປະຊຸມໃຫຍ່ ອົງການອະນາໄມໂລກ ຄັ້ງນີ້ ແມ່ນການພິຈາລະນາຮັບຮອງເອົາສັນຍາ ວ່າດ້ວຍການລະບາດ ຂອງພະຍາດ (Pandemic Agreement) ຢ່າງເປັນເອກະສັນ ໃນວັນທີ 19 ພຶດສະພາ 2025 ທີ່ຜ່ານມາ, ເຊິ່ງບັນດາປະເທດສະມາຊິກ ໄດ້ເລີ່ມຂະບວນການເຈລະຈາ ແຕ່ກາງປີ 2021 ເປັນຕົ້ນມາ. ຈຸດ​ປະ​ສົງ ຂອງ ​ສັນ​ຍ​າສະ​ບັບ​ດັ່ງ​ກ່າວ ເພື່ອ​ປະ​ຕິ​ຮູບ​ລະ​ບົບ​ການ​ຕິດ​ຕາມ, ການ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ການ​ລະ​ບາດ ຂອງ ພະ​ຍາດ​ ຢ່າງ​ຮອບ​ດ້ານ, ສົ່ງ​ເສີມ​ການ​ຄົ້ນ​ຄ້​ວາ ແລະ ການ​ແບ່ງ​ປັນ​ຜ​ະ​ລິດ​ຕະ​ພັນ​ສຸ​ຂະ​ພາບ​ທີ່​ກ່ຽວ​ຂ້ອງ ກັບ​ການ​ລະ​ບາດ ​ຂອງ​ ພະ​ຍາດ, ປັບ​ປຸງ​ລະ​ບ​ົບ​ບໍ​ລິ​ຫານ​ດ້​ານ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ໂລກ​ໃຫ້​ສົມ​ບູນຂຶ້ນ​ຕ​ື່ມ ແລະ  ຮ່ວມມື​ກັນ​ເພື່ອ​ກຽມ​ພ້ອມ​ຮັບ​ມື​ກັບສິ່ງ​ທ້າ​ທາ​ຍ ແລະ ສົ່ງເສີມຄວາມ​ສະ​ເໝີ​ພາບ​​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ສຸ​ຂະ​ພາບ​ໃນ​ທົ່ວ​ໂລກ. ພາຍ​ຫລັງການ​ຮັບ​ຮອງ​ຄັ້ງນີ້, ອົງ​ການອະນາໄມໂລກ ຈະເລີ່ມ​ຂະບວນການ​ສ້​າງ​ຕັ້ງ​ຄະ​ນະ​ເຮັດ​ວຽກ​ແບບ​ເປີດ​ກ້ວ​າງ (an open-ended International Working Group-IGWG) ເຊິ່ງ​ຈະ​ເປັນ​ໜ່ວຍ​ງານ​ສ​ຳຄັນ​ທີ່         ​ຮັບ​ຜິດ​ຊອບ​ການ​ກຳ​ນົດກົນ​ໄກ, ແບບ​ແຜນ​ການ​ເຮັດ​ວຽກ,  ຈັດ​ຕັ້ງ​ປະ​ຕິ​ບັດ​ເອ​ກ​ະ​ສານ​ເຈ​ລະ​ຈາ​ສະ​ບ​ັບ​ດັ່ງ​ກ່າວ ແລະ ຂັ້ນ​ຕອນອື່ນ​ໆ ພ​້ອ​ມ​ທັງ ຈະ​ເປີດ​ໃຫ້​ປະ​ເທດ​ສະ​ຊິກ ແລະ ພາກ​ສ່ວນ​ກ່ຽວ​ຕ່າງໆ ພິ​ຈາ​ລະ​ນາເຂົ້າ​ຮ່ວມ ​ ຂອງ​ ຮ່າງ​ເຈ​ລະ​ຈາ​ສະ​ບັບ​ດັ່ງ​ກ່າວ ແລະ ສະ​ເໜີ​ໃຫ້​ປະ​ເທ​ດ​ສະ​ມາ​ຊິກ​ພິ​ຈາ​ລະ​ນາ​ລົງ​ນາມ, ໃຫ​້​ສະ​ຕະ​ຍາ​ບັນ​ໃຫ້​ໄວ​ທີ່​ສຸດ.