ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສອງປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46, ທີ່ີ ກົວລາລໍາເປີ, ມາເລເຊຍ

04/06/2025

ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສອງປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46, ທີ່ີ ກົວລາລໍາເປີ, ມາເລເຊຍ

 

ໃນວັນທີ 26 ພຶດສະພາ 2025, ທີ່ ກົວລາລໍາເປີ, ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ພະນະທ່ານ ພຣາໂບໂວ ສຸບຽນໂຕ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 25-27 ພຶດສະພາ 2025.

ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ພະນະທ່ານ ພຣາໂບໂວ ສຸບຽນໂຕ ໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ໃນໂອກາດທີ່ ສຳເລັດການເຂົ້າຮ່ວມພິທີສາບານໂຕ ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ຄົນທີ 8 ຢ່າງເປັນທາງການ ໃນເດືອນຕຸລາ 2024 ຜ່ານມາ ແລະ ຍັງໄດ້ຕີລາຄາສູງການເດີນທາງໄປຢ້ຽມຢາມ ສປປ ລາວ ຂອງ ພະນະທ່ານ ປະທານາທິບໍດີ ອິນໂດເນເຊຍ ແລະ ການພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນກັນຍາ 2024 ຜ່ານມາ ແລະ ຖືໂອກາດນີ້ ນຳເອົາຄຳຢື້ຢາມຖາມຂ່າວ ຈາກ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ພະນະທ່ານ ປະທານາທິບໍດີ ອິນໂດເນເຊຍ ອີກດ້ວຍ.

 

 

ພ້ອມກັນນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ວາງທິດທາງໃນການຊຸກຍູ້ການຮ່ວມມື ລະຫ່ວາງສອງປະ   ເທດ, ໂດຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ຕະຫລອດໄລຍະ 68 ປີທີ່ຜ່ານມາ, ຊຶ່ງໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ, ເປັນຕົ້ນແມ່ນ ດ້ານການຄ້າ, ການສຶກສາ, ພະລັງງານ ແລະ ອື່ນໆ. ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ກໍ່ຄືໃນຄອບຄົວອາຊຽນ. ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານຕ່າງໆ ທີ່ສອງປະເທດ ມີທ່າແຮງໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນຂະແໜງພະລັງງານ-ບໍ່ແຮ່, ກະສິກຳປຸງແຕ່ງ, ການທ່ອງທ່ຽວ, ການບໍລິການ ແລະ ອື່ນໆ. ຝ່າຍລາວ ຍັງໄດ້ເຊື້ອເຊີນ ນັກລົງທຶນຈາກອິນໂດເນເຊຍ ເຂົ້າມາສຶກສາເບິ່ງໂອກາດການລົງທຶນຢູ່ ສປປ ລາວ ໃນຂະແໜງຕ່າງໆເຫລົ່ານີ້ ໃຫ້ຫຼາຍຂຶ້ນ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ.

 

 

ໃນໂອກາດດຽວກັນນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນ ພະນະທ່ານ ພຣາໂບໂວ ສຸບຽນໂຕ ນຳພາຄະນະນັກທຸລະກິດ ຢ້ຽມຢາມທາງການ ຢູ່ ສປປ ລາວ ໃນເວລາທີ່ສະດວກ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດ ໃນດ້ານຕ່າງໆ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.