ບົດຄວາມຕ່າງໆ
ຄົ້ນ​ຫາ​ໃນ​ໜ້ານີ້

50 ປີ ສປປ ລາວ ສືບຕໍ່ໄດ້ຮັບການພັດທະນາ, ສາຍພົວພັນມິດຕະພາບລາວ-ຫວຽດນາມ ສືບຕໍ່ຮັດແໜ້ນຍິ່ງຂຶ້ນ

50 ປີ ສປປ ລາວ ສືບຕໍ່ໄດ້ຮັບການພັດທະນາ, ສາຍພົວພັນມິດຕະພາບລາວ-ຫວຽດນາມ ສືບຕໍ່ຮັດແໜ້ນຍິ່ງຂຶ້ນ

04/12/2025

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50ປີ (02 ທັນວາ 1975 – 02 ທັນວາ 2025), ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້​ມີ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ.

ອ່ານ​ເພີ່ມ

 

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2 ຊຸກຍູ້ບົດບາດຂອງ ສປປ ລາວ

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2 ຊຸກຍູ້ບົດບາດຂອງ ສປປ ລາວ

04/11/2025

ໃນສະພາບພູມສາດ-ການເມືອງຂອງໂລກທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄວວາ, ການທູດແບບດັ້ງເດີມ ຫຼື ການທູດຊ່ອງທາງທີໜຶ່ງ (Track One Diplomacy) ເຊິ່ງໝາຍເຖິງການຕິດຕໍ່ພົວພັນລະຫວ່າງລັດຕໍ່ລັດ ແມ່ນບໍ່ພຽງພໍທີ່ຈະຮັບມືກັບສະພາບການຫັນປ່ຽນຂອງໂລກ ທີ່ມີຄວາມສະຫຼັບສັບຊ້ອນຕໍ່ບັນຫາໃໝ່ໆທີ່ເກີດຂຶ້ນໄດ້ຢ່າງທັນການ. ການທູດຊ່ອງທາງທີ 2 (Track Two) ແມ່ນການສົນທະນາທີ່ບໍ່ແມ່ນຊ່ອງທາງທີ 1 ໂດຍມີການເຂົ້າຮ່ວມຂອງນັກວິຊາການ, ມະຫາວິທະຍາໄລ, ສະຖາບັນ-ຄັງປັນຍາ ແລະ ອົງການພາກສັງຄົມ–ພົນລະເຮືອນ, ໄດ້ກາຍເປັນເຄື່ອງມື ຫຼື ຊ່ອງທາງໜຶ່ງທີ່ປອດໄພໃນການນໍາສະເໜີແນວຄິດໃໝ່ ເພື່ອນໍາເອົາແນວຄິດເຫຼົ່ານັ້ນສະເໜີແນະຕໍ່ລັດຖະບານເພື່ອນໍາມາໝູນໃຊ້ເຂົ້າໃນການວາງນະໂຍບາຍ. ການທູດຊ່ອງທາງທີ 2 ນີ້ ຍັງສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນຂອງຄັງປັນຍາພາກພື້ນ ແລະ ສາກົນ, ໂດຍບໍ່ແມ່ນການແຂ່ງຂັນກັບການທູດຊ່ອງທາງທີ 1, ແຕ່ເປັນກົງລໍ້ໜູນ ຊ່ວຍເສີມສ້າງໃຫ້ການຕັດສິນໃຈຂອງລັດ ມີຂໍ້ມູນຮອບດ້ານ ແລະ ທັນກັບສະພາບການຂອງຍຸກສະໄໝ.

ອ່ານ​ເພີ່ມ

 

80 ປີ ການທູດລາວ: ຖອດບົດຮຽນຈາກອະດີດ ສູ່ການເຕີບໃຫຍ່ຢ່າງຮອບດ້ານ

80 ປີ ການທູດລາວ: ຖອດບົດຮຽນຈາກອະດີດ ສູ່ການເຕີບໃຫຍ່ຢ່າງຮອບດ້ານ

12/10/2025

ຄັນທຸງແຫ່ງການຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດ ໄດ້ກາຍເປັນທວນໄຟອັນແຮງກ້ານໍາພາການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ເພື່ອປົດປ່ອຍອອກຈາກແອກຄອບຄອງຂອງຕ່າງຊາດ. ຜ່ານການຕໍ່ສູ້ຢ່າງລະອິດລະອ້ຽວ ລະຫົດອົດທົນ ແລະ ການເສຍສະຫຼະເລືອດເນື້ອປະສົມປະສານ ລະຫວ່າງການນໍາໃຊ້ກໍາລັງອາວຸດກັບການຕໍ່ສູ້ທາງການທູດ, ຈຶ່ງສາມາດປະກາດເອກະລາດໃນວັນທີ 12 ຕຸລາ 1945 ແລະ ກາຍເປັນເຫດການທາງການເມືອງທີ່ມີຄວາມສໍາຄັນໃນປະຫວັດສາດ ແລະ ເປັນມູນເຊື້ອໃນການປຸກລະດົມນໍ້າໃຈຮັກຊາດ, ເພື່ອສ້າງກໍາລັງແຮງໃນການດໍາເນີນວຽກງານປະຕິວັດຊາດ ແລະ ປະຊາທິປະໄຕ. ໂດຍແນໃສ່ໃຫ້ການຕໍ່ສູ້ມີຄວາມລະມັດລະວັງ ແລະ ຮັດກຸມ ພ້ອມທັງມີຫຼັກປະກັນທາງການການເມືອງ ຄຽງຄູ່ກັບການນໍາໃຊ້ກໍາລັງປະກອບອາວຸດ, ລັດຖະບານລາວອິດສະຫຼະ ໄດ້ນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າ ຜ່ານການໄກ່ເກ່ຍເຈລະຈາ ແລະ ອາໃສປັດໄຈທີ່ເອື້ອອໍານວຍຈາກພາຍນອກ, ເຊິ່ງມີບົດບາດສໍາຄັນໃນການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ. ເຖິງວ່າພາລະກິດປະຕິວັດຊາດໃນເວລານັ້ນ ຈະປະສົບຜົນສໍາເລັດຜົນໃນໄລຍະອັນສັ້ນ ເນື່ອງຈາກການກັບຄືນມາຂອງຜູ້ຮຸກຮານ ກໍຄື ລ່າເມືອງຂຶ້ນຝຣັ່ງ, ແຕ່ມັນໄດ້ກາຍເປັນພື້ນຖານໄຊຊະນະທາງປະຫວັດສາດອັນຍິ່ງໃຫຍ່ຂອງປວງຊົນລາວທັງຊາດ.

ອ່ານ​ເພີ່ມ

 

ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ ຂອງ ສປປ ລາວ ໃນເວທີສາກົນ

ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ ຂອງ ສປປ ລາວ ໃນເວທີສາກົນ

11/10/2025

ສປປ ລາວ ໄດ້ໃຫ້ຄວາມສຳຄັນດ້ານການທູດວັດທະນະທຳ (Cultural Diplomacy) ໂດຍຮັບຮູ້ວ່າແມ່ນການນຳໃຊ້ຊັບພະຍາກອນທາງດ້ານວັດທະນະທຳ ເຊັ່ນ: ພາສາ, ສິລະປະ, ດົນຕີ, ວັນນະຄະດີ, ຮີດຄອງປະເພນີອັນດີງາມ, ຄວາມເຊື່ອ, ແນວຄວາມຄິດ, ຄ່ານິຍົມ, ການແຕ່ງກາຍ ລວມທັງ ອາຫານການກິນຢູ່ດໍາລົງຊີວິດທີ່ເປັນເອກະລັກ ຂອງລັດໃດໜຶ່ງ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນທີ່ດີເຊິ່ງກັນ ແລະ ກັນ ລະຫວ່າງ ລັດກັບລັດ, ປະຊາຄົມກັບປະຊາຄົມ ກໍຄື ລະຫວ່າງ ອົງການຈັດຕັ້ງດ້ວຍກັນ, ເຊິ່ງເປັນການສ້າງພື້ນຖານອັນສຳຄັນໃຫ້ການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ. ນອກຈາກນັ້ນ, ການທູດວັດທະນະທໍາ ຍັງແມ່ນເຄື່ອງມືທີ່ມີພະລັງອໍານາດແບບນີ້ມນວນ (Soft Power) ຂອງຊາດໃດໜຶ່ງທີ່ສາມາດນຳໃຊ້ເຂົ້າໃນການສົ່ງເສີມຜົນປະໂຫຍດແຫ່ງຊາດຂອງຕົນໃນເວທີສາກົນ ກໍຄື ເພື່ອເປັນການຍົກສູງບົດບາດ, ອິດທິພົນ ແລະ ພາບພົດທີ່ດີຂອງປະເທດຕົນໃນເວທີສາກົນ ຜ່ານການສະແດງ ແລະ ນຳສະເໜີວັດທະນະທຳຂອງປະເທດຕົນໃຫ້ສາກົນຮັບຮູ້.

ອ່ານ​ເພີ່ມ

 

ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນໄລຍະໃໝ່

ຜົນສໍາເລັດຂອງການເຄື່ອນໄຫວວຽກງານການທູດ ໃນໄລຍະໃໝ່

10/10/2025

ໃນຊຸມປີຜ່ານມາ, ສະພາບການພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະທາງດ້ານພູມສາດການເມືອງ ກໍຄືການພົວພັນຮ່ວມມື ແລະ ການຂັດແຍ່ງລະຫວ່າງປະເທດມະຫາອໍານາດ, ບັນຫາສົງຄາມກາງເມືອງ, ບັນຫາຄວາມຂັດແຍ່ງທາງດ້ານດິນແດນ, ເຊື້ອຊາດ, ສາສະໜາ, ບັນຫາກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງທາງໄຊເບີ, ການຍາດແຍ່ງຊັບພະຍາກອນທໍາມະຊາດ ລວມທັງການປ່ຽນແປງດິນຟ້າອາກາດ ທີ່ກໍ່ໃຫ້ເກີດໄພທໍາມະຊາດ ແລະ ການລະບາດຂອງພະຍາດຮ້າຍແຮງ. ຕໍ່ກັບສະພາບການດັ່ງກ່າວ, ສປປ ລາວ ໂດຍຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ແລະ ປະຕິບັດຕາມຄໍາຂວັນກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດ ຜົນການເຄື່ອນໄຫວການຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທໍາ; ສືບຕໍ່ຂະຫຍາຍການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ແລະ ຫຼາຍລະດັບ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເພີ່ມທະວີຄວາມເປັນເຈົ້າການໃນການຈັດຕັ້ງບັນດາຂໍ້ຕົກລົງຮ່ວມມືອັນເປັນພື້ນຖານ ກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ມີປະສິດທິຜົນ; ພວກເຮົາ ສາມາດສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ການທູດຂອງຕົນ ໂດຍສາມາດຮັກສາສັນຕິພາບ, ຮັບປະກັນເອກະລາດ ແລະ ຄວາມໝັ້ນຄົງແຫ່ງຊາດ, ຍາດແຍ່ງຜົນປະໂຫຍດດ້ານເສດຖະກິດ, ເສີມຂະຫຍາຍສາຍພົວພັນແບບສະໜິດແໜ້ນກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາຍພົວພັນທີ່ດີກັບບັນດາປະເທດໃຫຍ່, ຊຸກຍູ້ການເຊື່ອມໂຍງ-ເຊື່ອມຈອດພາຍໃນປະເທດ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ເຊີດຊູຖານະບົດບາດຂອງລາວ ໃຫ້ສູງເດັ່ນຂຶ້ນໃນເວທີສາກົນ.

ອ່ານ​ເພີ່ມ

 

ການເຄື່ອນໄຫວ ການທູດວັດທະນະທຳ ຂອງ ສປປ ລາວ ໃນເວທີ ອາຊຽນ

ການເຄື່ອນໄຫວ ການທູດວັດທະນະທຳ ຂອງ ສປປ ລາວ ໃນເວທີ ອາຊຽນ

07/10/2025

ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ (ASEAN) ໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 8 ສິງຫາ 1967 ໂດຍ ຜູ້ນຳ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ ໂດຍການລົງນາມໃນຖະແຫຼງການບາງກອກ (Bangkok Declaration), ທີ່ ບາງກອກ, ປະເທດໄທ ເຊິ່ງເປັນການປະກາດການສ້າງຕັ້ງ ອາຊຽນ ຢ່າງເປັນທາງການ ໂດຍມີຈຸດປະສົງຫຼັກໃນເວລານັ້ນແມ່ນເພື່ອເສີມສ້າງ ການຮ່ວມມືທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ຄວາມໝັ້ນຄົງ. ນັບແຕ່ນັ້ນມາ, ອາຊຽນ ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຊະມາຊິກຂອງຕົນ, ໃນນັ້ນ ບຣູໄນ ດາຣູຊາລາມ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1984; ຫວຽດນາມ ໃນປີ 1995; ສປປ ລາວ ແລະ ມຽນມາ ໃນປີ 1997 ແລະ ກຳປູເຈຍ ໃນປີ 1999, ເຊິ່ງເຮັດໃຫ້ອາຊຽນມີສະມາຊິກ 10 ປະເທດ ໃນອາຊີຕາເວັນອອກສຽງໃຕ້ ແລະ ຄາດວ່າຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງ ອາຊຽນ ໃນເດືອນຕຸລາ 2025 ນີ້.

ອ່ານ​ເພີ່ມ

 

ປະຫວັດຄວາມເປັນມາຂອງວັນການທູດລາວ

ປະຫວັດຄວາມເປັນມາຂອງວັນການທູດລາວ

05/10/2025

ເນື່ອງໃນໂອກາດວັນການທູດລາວ ວັນທີ 12 ຕຸລາ 1945 ແມ່ນເປັນວັນດຽວກັບ ວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ; ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ເຊິ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາກົນ ຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນ ມາເປັນເວລາຫຼາຍຮ້ອຍປີ, ເນື່ອງຈາກໄດ້ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ. ເຫດການວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ໃນການນໍາພາການຕໍ່ສູ້ ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ ຮັກຄວາມເປັນເອກະລາດ ຕໍ່ສູ້ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກຮຸກຮານຕ່າງຊາດ, ເຊິ່ງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນແກນນໍາລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.

ອ່ານ​ເພີ່ມ

 

ບົດຄວາມ  “ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ

ບົດຄວາມ “ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ"

30/07/2025

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ນຳພາ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມ ສະຫະພັນ​ ຣັດເຊຍ ຢ່າງເປັນທາງການໃນໄວໆນີ້, ໃນໂອກາດນີ້ ຈຶ່ງຢາກສື່ສານເຖິງເພື່ອນມິດ ຣັດເຊຍ ຜ່ານສຳນັກຂ່າວສານ TASS, ເຊິ່ງເປັນໜຶ່ງໃນສຳນັກຂ່າວທີ່ໃຫຍ່, ເກົ່າແກ່ ແລະ ມີຊື່ສຽງທີ່ສຸດຂອງ ຣັດເຊຍ.

ອ່ານ​ເພີ່ມ