ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ 2025
13/01/2025
ໃນຕອນບ່າຍຂອງວັນທີ 09 ມັງກອນ 2025, ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ຮ່ວມກັບ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ ໄດ້ຈັດກອງປະຊຸມກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຢູ່ທີ່ ຫໍປະຊຸມເເຫ່ງຊາດ, ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີແຂກຜູ້ເຂົ້າຮ່ວມຈາກພາກລັດ ເເລະ ພາກທຸລະກິດ ຈໍານວນປະມານ 700 ຄົນ. ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025, ໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ເເລະ ທ່ານ ຫວຽນຈິດັງ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ; ເເລະ ເປັນກຽດເຂົ້າຮ່ວມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ພະນະທ່ານ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ.
ອ່ານເພີ່ມ
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ
13/01/2025
ໃນຕອນບ່າຍຂອງວັນທີ 10 ມັງກອນ 2025, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະນໍາ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ແລະ ເຂົ້າຮ່ວມ ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ໃນລະຫວ່າງວັນທີ 09-10 ມັງກອນ 2025 ຢູ່ ສປປ ລາວ.
ອ່ານເພີ່ມ
ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ
10/01/2025
ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 09-10 ມັງກອນ 2025.
ອ່ານເພີ່ມ
ພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ
10/01/2025
ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025 ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ທີ່ ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສຸນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ມີບັນດາສະຫາຍການນໍາຂັ້ນສູງ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມ
ພິທີເປີດໂຕການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ
10/01/2025
ໃນວັນທີ 09 ມັງກອນ 2025, ໃນຊ່ວງໄລຍະກອງປະຊຸມ ຄັ້ງທີ 47 (JC 47) ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ສປປ ລາວ ແລະ ສສ. ຫວຽດນາມ ປະຈຳປີ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເປີດໂຕການໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງປະເທດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນລະຫວ່າງສອງປະເທດ.
ອ່ານເພີ່ມ
ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ
09/01/2025
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ແລະ ທ່ານ ຟ້າມ ມິງ ຈິງ, ນາຍົກ ລັດຖະມົນຕີຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳ ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະກໍາຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2025 ຢູ່ ຫໍປະຊຸມແຫ່ງຊາດ ໃນຕອນເຊົ້າ ວັນທີ 09 ມັງກອນ 2025. ກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງ ກໍ່ຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງການແຜນການຮ່ວມມື ໃນປີ 2025.
ອ່ານເພີ່ມ