ແຈ້ງການຂອງກົມກົງສຸນ ກະຊວງການຕ່າງປະເທດ ກ່ຽວກັບ ການໂຈະບໍລິການຊົ່ວຄາວ ໃນລະຫວ່າງວັນທີ 29 ພະຈິກ ເຖິງ 02 ທັນວາ 2025 ຂອງກົມກົງສຸນ ແລະ ບັນດາສູນຮັບຄໍາຮ້ອງໜັງສືຜ່ານແດນ ປະຈໍາຕ່າງແຂວງ.
28/11/2025
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| Notice 28 Nov 2025 | ![]() |
ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງ, ພໍ່ແມ່, ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຊາບວ່າ: ໃນລະຫວ່າງວັນທີ 29 ພະຈິກ ເຖິງ 02 ທັນວາ 2025 ກົມກົງສຸນ ຈະປັບປຸງລະບົບຖານຂໍ້ມູນການອອກໜັງສືຜ່ານແດນ. ສະນັ້ນ, ກົມກົງສຸນ ແລະ ບັນດາສູນຮັບຄຳຮ້ອງໜັງສືຜ່ານແດນ ປະຈຳຕ່າງແຂວງ ມີຄວາມຈຳເປັນຕ້ອງໄດ້ ໂຈະໃຫ້ການບໍລິການຊົ່ວຄາວ 01 ວັນ ລັດຖະການ ໃນວັນທີ 01 ທັນວາ 2025 ແລະ ຈະກັບມາເປີດບໍລິການຄືນໃນວັນທີ 03 ທັນວາ 2025. ສຳລັບການມາຮັບໜັງສືຜ່ານແດນ ໃນວັນທີ 01 ທັນວາ 2025 ແມ່ນສາມາດມາຮັບໄດ້ປົກກະຕິ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຊາບຕາມທາງຄວນດ້ວຍ.
ທີ່ ນະຄອນຫຼວງວຽງຈັນ, ວັນທີ 28 ພະຈິກ 2025.


