ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ
ຄົ້ນ​ຫາ​ໃນ​ໜ້ານີ້

ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ຈັດກິດຈະກໍາຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ

ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ຈັດກິດຈະກໍາຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ

25/08/2025

ໃນວັນທີ 22 ສິງຫາ 2025, 3 ອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ໄດ້ຈັດກິດຈະກໍາຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ກິດຈະກໍາປິ່ນອ້ອມອື່ນໆ ໂດຍການນໍາພາ ແລະ ເຂົ້າຮ່ວມຂອງ ສະຫາຍ ນາງ ມຸກດາວັນ ສີສຸລິດ, ກໍາມະການຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ຖືກຕ້ອນຮັບໂດຍ ສະຫາຍ ໄຊຍະລາດ ພົງຍາລັກ, ກໍາມະການຄະນະພັກ, ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານຜູ້ນໍາປະຕິວັດ, ຫ້ອງວ່າການສູນກາງພັກ, ພ້ອມທັງມີສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນຂອງທັງສອງພາກສ່ວນ ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ ປະມານ 80 ສະຫາຍ.

ອ່ານ​ເພີ່ມ

 

ກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງກົມກົງສຸນ ແລະ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

ກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງກົມກົງສຸນ ແລະ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

12/08/2025

ໃນຕອນບ່າຍຂອງວັນທີ 08 ສິງຫາ 2025 ທ່ານ ສຸລິສັກ ສຸລິທອນ, ຫົວຫນ້າກົມກົງສຸນ, ກະຊວງການຕ່າງປະເທດ ຮ່ວມກັບ ທ່ານ ນ. ສຸກສະນິດ ວົງພານຄໍາ, ຮອງຫົວຫນ້າກົມອົງການຈັດຕັ້ງສາກົນ ໄດ້ເປັນປະທານກອງປະຊຸມພົບປະ ແລະ ແລກປ່ຽນວຽກວິຊາການ ລະຫວ່າງ 03 ອົງການຈັດຕັ້ງມະຫາຊົນຂອງ ກົມກົງສຸນ ແລະ ກົມອົງການຈັດຕັ້ງສາກົນ ທີ່ ຫ້ອງປະຊຸມກົມກົງສຸນ, ກະຊວງການຕ່າງປະເທດ ໂດຍມີພະນັກງານຈາກກົມອົງການຈັດຕັ້ງສາກົນ, ກົມກົງສຸນ, ຕາງຫນ້າຈາກ 03 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ເຂົ້າຮ່ວມ ລວມທັງຫມົດ 80 ທ່ານ.

ອ່ານ​ເພີ່ມ

 

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025)

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025)

07/08/2025

ໃນຕອນເຊົ້າຂອງວັນທີ 7 ສິງຫາ 2025, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດເວທີສົນທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ, ກຳມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີ ຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ຜູ້ຕາງໜ້າຈາກອົງການຈັດຕັ້ງກຳມະບານ, ຊາວໜຸ່ມ, ຄະນະກົມ ພາຍໃນກະຊວງການຕ່າງປະເທດ, ປະທານສະຫະພັນແມ່ຍິງບັນດາກະຊວງອ້ອມຂ້າງ, ພະນັກງານບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

ຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ້ຽມຢາມຖໍ້າຜູ້ນໍາ ແລະ ມອບເຄື່ອງຊ່ວຍເຫຼືອຢູ່ແຂວງຫົວພັນ

ຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ້ຽມຢາມຖໍ້າຜູ້ນໍາ ແລະ ມອບເຄື່ອງຊ່ວຍເຫຼືອຢູ່ແຂວງຫົວພັນ

20/06/2025

ໃນວັນທີ 11 ມິຖຸນາ 2025, ສະຫາຍ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ໊ຽມຢາມເມືອງວຽງໄຊ, ແຂວງຫົວພັນ ໂດຍໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມຖໍ້າຜູ້ນໍາໃນສະໄໝຕໍ່ສູ້ກູ້ຊາດຈໍານວນໜຶ່ງ ເຊັ່ນ: ຖໍ້າ ປະທານ ໄກສອນ ພົມວິຫານ, ຖໍ້າ ປະທານ ສຸພານຸວົງ, ຖໍ້າ ທ່ານ ພຸນ ສີປະເສີດ ແລະ ຖໍ້າ ທ່ານ ພູມມີ ວົງວິຈິດ, ພ້ອມທັງໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ທຶນຮອນຈໍານວນໜຶ່ງ ໃຫ້ແກ່ ໂຮງຮຽນຊົນເຜົ່າ ເມືອງວຽງໄຊ.

ອ່ານ​ເພີ່ມ

 

ກອງປະຊຸມພົບແລກປ່ຽນບົດຮຽນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ

ກອງປະຊຸມພົບແລກປ່ຽນບົດຮຽນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ

20/06/2025

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2025, ທີ່ ຫ້ອງວ່າການແຂວງຫົວພັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ສະຫາຍ ໄມທອງ ທໍາມະວົງສາ, ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ມີ ສະຫາຍເລຂາ, ຮອງເລຂາ, ກໍາມະການ ຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນຂອງທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

ຄະນະນໍາກະຊວງການຕ່າງປະເທດ ນໍາພາຄະນະຊາວໜຸ່ມ ເຂົ້າຢ້ຽມຂໍ່ານັບ ການນໍາແຂວງຫົວພັນ

ຄະນະນໍາກະຊວງການຕ່າງປະເທດ ນໍາພາຄະນະຊາວໜຸ່ມ ເຂົ້າຢ້ຽມຂໍ່ານັບ ການນໍາແຂວງຫົວພັນ

20/06/2025

ໃນຕອນບ່າຍຂອງວັນທີ 9 ມິຖຸນາ 2025, ທີ່ ຫ້ອງວ່າການແຂວງຫົວພັນ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະບໍລິຫານງານຊາວໜຸ່ມກະຊວງ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພັນກໍາມະບານ ແລະ ສະຫະພັນແມ່ຍິງກະຊວງ ເຂົ້າຢ້ຽມຂໍ່ານັບ ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ, ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນ ໃນລະຫວ່າງວັນທີ 9-12 ມິຖຸນາ 2025.

ອ່ານ​ເພີ່ມ

 

ຊາວໜຸ່ມກະຊວງການຕ່າງປະເທດ ມອບເຄື່ອນຊ່ວຍເຫຼືອບັນເທົາທຸກລະດູໜາວ ໃຫ້ແກ່ປະຊາຊົນແຂວງຫົວພັນ

ຊາວໜຸ່ມກະຊວງການຕ່າງປະເທດ ມອບເຄື່ອນຊ່ວຍເຫຼືອບັນເທົາທຸກລະດູໜາວ ໃຫ້ແກ່ປະຊາຊົນແຂວງຫົວພັນ

03/02/2025

ໃນວັນທີ 31 ມັງກອນ 2025, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໄດ້ນໍາສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກລະດູໜາວ ໄປຍັງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫົວພັນ ເພື່ອນໍາໄປມອບໃຫ້ແກ່ປະຊາຊົນລາວຜູ້ທຸກຍາກ, ຄອບຄົວຊາວໜຸ່ມ ແລະ ນ້ອງນ້ອຍນັກຮຽນທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ ແຂວງຫົວພັນ, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບມີ: ເຄື່ອງນຸ່ງຊຸດກັນໜາວ ຈໍານວນ 6 ເປົາໃຫຍ່, ໝີ່ສໍາເລັດຮູບ ຈໍານວນ 5 ແກັດໃຫຍ່, ເຂົ້າສານ ຈ້າວ ຈໍານວນ 30 ເປົາ (450 ກິໂລກຼາມ) ແລະ ຊຸດຜ້າຮົ່ມ ຈໍານວນ 26 ແກັດໃຫຍ່.

ອ່ານ​ເພີ່ມ