ຂ່າວການເຄື່ອນໄຫວຂອງສະຖານທູດ ແລະ ກົມ
ຄົ້ນ​ຫາ​ໃນ​ໜ້ານີ້

ທູດຫວຽດນາມ ປະຈໍາມຽນມາ ພ້ອມດ້ວຍຄະນະ ເຂົ້າອວຍພອນ ທູດລາວ ພ້ອມພະນັກງານ ໃນໂອກາດວັນຊາດລາວ ຄົບຮອບ 50 ປີ

ທູດຫວຽດນາມ ປະຈໍາມຽນມາ ພ້ອມດ້ວຍຄະນະ ເຂົ້າອວຍພອນ ທູດລາວ ພ້ອມພະນັກງານ ໃນໂອກາດວັນຊາດລາວ ຄົບຮອບ 50 ປີ

28/11/2025

ໃນວັນທີ 24 ພະຈິກ 2025 ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ຕ້ອນຮັບ ທ່ານ Ly Quoc Tuan, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ພະນັກງານ-ນັກການທູດຈາກສະຖານທູດຫວຽດນາມປະຈຳປະເທດມຽນມາ ທີ່ໄດ້ຢ້ຽມຢາມ ແລະ ອວຍພອນພະນັກງານ-ນັກການທູດ ສະຖານທູດລາວ ເນື່ອງໃນໂອກາດວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ທີ່ຈະໝູນວຽນມາເຖິງໃນວັນທີ 2 ທັນວາ 2025 ທີ່ຈະມາເຖິງນີ້ (2/12/1975-2/12/2025).

ອ່ານ​ເພີ່ມ

 

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 46

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 46

28/11/2025

ໃນວັນທີ 18-20 ພະຈິກ 2025, ທີ່ນະຄອນຫຼວງຄີກ່າລີ, ປະເທດຣູວັນດາ, ຄະນະຜູ້ແທນ ສປປລາວ ນໍາພາໂດຍ ທ່ານ ກາລະມຸງຄຸນ ສຸພານຸວົງ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າປະທານປະເທດ ແຫ່ງ ສປປ ລາວ ປະຈໍາອົງການຝຣັງໂກໂຟນີສາກົນ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມສະໄໝທີ 132 ຂອງສະພາຜູ້ຕາງໜ້າອົງການຝຣັງໂກໂຟນີ ແລະ ກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ສະໄໝທີ 46 ພາຍໃຕ້ຫົວຂໍ້ ‘‘30 ປີ ພາຍຫລັງກອງປະຊຸມປັກກິ່ງ: ການປະກອບສ່ວນຂອງແມ່ຍິງໃນບັນດາປະເທດທີ່ນໍາໃຊ້ພາສາຝຣັ່ງ’’

ອ່ານ​ເພີ່ມ

 

ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມຽນມາ ອອກຕ້ອນຮັບ ທ່ານປະທານສະມາຄົມມິດຕະພາບ ມຽນມາ-ລາວ ທີ່ສະໜາມບິນສາກົນມຽນມາ

ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມຽນມາ ອອກຕ້ອນຮັບ ທ່ານປະທານສະມາຄົມມິດຕະພາບ ມຽນມາ-ລາວ ທີ່ສະໜາມບິນສາກົນມຽນມາ

26/11/2025

ໃນຕອນແລງຂອງວັນທີ 20 ພະຈິກ 2025, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ສປປ ລາວ ປະຈໍາ ມຽນມາ ໄດ້ອອກຕ້ອນຮັບ ທ່ານ ພົນຈັດຕະວາ ວິນ ມອງ (Win Maung), ປະທານສະມາຄົມມິດຕະພາບ ມຽນມາ-ລາວ ພ້ອມຄະນະ ທີ່ສະໜາມບິນສາກົນມຽນມາ ໃນໂອກາດສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-20 ພະຈິກ 2025 ຜ່ານມາ.

ອ່ານ​ເພີ່ມ

 

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາລະນະລັດ ເກຣັກ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງສາທາລະນະລັດ ເກຣັກ

19/11/2025

ໃນວັນທີ 18 ພະຈິກ 2025, ທີ່ນະຄອນຫລວງອາແຕນ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ກົງສະຕັນຕິໂນສ ຕາສູລັດ (H.E. Mr. Konstantinos Tasoulas), ປະທານາທິບໍດີ ແຫ່ງສາທາລະນະລັດ ເກຣັກ ເພື່ອດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເກຣັກ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ ເຊີແນວ, ປະເທດ ສະວິດ.

ອ່ານ​ເພີ່ມ

 

ກອງປະຊຸມສໍາມະນາການສົ່ງເສີມການຄ້າ, ການລົງທຶນ ລາວ-ຫວຽດນາມ 2025 ພາຍໃຕ້ຫົວຂໍ້ “ຮ່ວມເສັ້ນທາງ, ອານາຄົດໝັ້ນຄົງ” ໃນວັນທີ 14 ພະຈິກ 2025 ທີ່ ນະຄອນຫລວງ ຮ່າໂນ້ຍ, ສສ ຫວຽດນາມ

ກອງປະຊຸມສໍາມະນາການສົ່ງເສີມການຄ້າ, ການລົງທຶນ ລາວ-ຫວຽດນາມ 2025 ພາຍໃຕ້ຫົວຂໍ້ “ຮ່ວມເສັ້ນທາງ, ອານາຄົດໝັ້ນຄົງ” ໃນວັນທີ 14 ພະຈິກ 2025 ທີ່ ນະຄອນຫລວງ ຮ່າໂນ້ຍ, ສສ ຫວຽດນາມ

14/11/2025

ໃນວັນທີ 14 ພະຈິກ 2025, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຮ່ວມກັບ ກົມເສດຖະກິດ, ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ພາກເອກະຊົນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດກອງປະຊຸມສໍາມະນາການສົ່ງເສີມການຄ້າ, ການລົງທຶນ ລາວ-ຫວຽດນາມ 2025 ພາຍໃຕ້ຫົວຂໍ້ “ຮ່ວມເສັ້ນທາງ, ອານາຄົດໝັ້ນຄົງ” ຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ທ່ານ ນາງ ຄໍາເພົາ ເອີນທາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ແລະ ທ່ານ ຫງວຽນ ແອງ ເຊີນ, ຫົວໜ້າກົມສົ່ງອອກ ແລະ ນໍາເຂົ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສສ. ຫວຽດນາມ. ກອງປະຊຸມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມທີ່ມາຈາກ ພາກລັດຖະບານ ແລະ ພາກທຸລະກິດຊັ້ນນໍາຂອງລາວ ແລະ ຫວຽດນາມ ເຂົ້າຮ່ວມ ຈໍານວນຫຼາຍກວ່າ 50 ບໍລິສັດ.

ອ່ານ​ເພີ່ມ

 

ກະຊວງການຕ່າງປະເທດ ລາວ-ຈີນ ພົບປະແລກປ່ຽນບົດຮຽນດ້ານວຽກງານການຂ່າວ

ກະຊວງການຕ່າງປະເທດ ລາວ-ຈີນ ພົບປະແລກປ່ຽນບົດຮຽນດ້ານວຽກງານການຂ່າວ

11/11/2025

ໃນວັນທີ 7 ພະຈິກ 2025, ຄະນະຜູ້ແທນກົມການຂ່າວ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ບຸນທະລາ ປັນຍາວິຈິດ, ຫົວໜ້າກົມການຂ່າວ ໄດ້ພົບປະເຮັດວຽກກັບ ທ່ານ ກົວ ເຈຍຄຸນ (Guo Jiakun), ຮອງຫົວໜ້າກົມສື່ມວນຊົນ, ການສື່ສານ ແລະ ການທູດສາທາລະນະ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ ທີ່ ນະຄອນຫຼວງປັກກິ່ງ ໃນໂອກາດຢ້ຽມຢາມແລກປ່ຽນບົດຮຽນ ແລະ ທັດສະນະສຶກສາ ຢູ່ ສປ ຈີນ ໃນລະຫວ່າງວັນທີ 6-10 ພະຈິກ 2025.

ອ່ານ​ເພີ່ມ

 

ການເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ການເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

11/11/2025

ໃນວັນທີ 7 ພະຈິກ 2025, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ຕາງໜ້າໃຫ້ແກ່ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17 (17th CLMV Economic Minister's Meeting) ທີ່ ຢັ້ງກຸ້ງ, ສສ.ມຽນມາ ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ດຣ. ວາ ວາ ມ່ອງ (Dr. Wah Wah Maung), ລັດຖະມົນຕີກະຊວງລົງທຶນ ແລະ ພົວພັນເສດຖະກິດຕ່າງປະເທດ ແຫ່ງ ສສ.ມຽນມາ ໂດຍມີບັນດາລັດຖະມົນຕີເສດຖະກິດຂອງ ປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV), ຮອງກອງເລຂາອາຊຽນ ພ້ອມດ້ວຍ ຄະນະຜູ້ແທນຈາກກະຊວງກ່ຽວຂ້ອງຂອງສີ່ປະເທດດັ່ງກ່າວເຂົ້າຮ່ວມ.

ອ່ານ​ເພີ່ມ

 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນໜັງສືແຕ່ງຕັ້ງຕໍ່ ທ່ານ ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນໜັງສືແຕ່ງຕັ້ງຕໍ່ ທ່ານ ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

21/10/2025

ໃນວັນທີ 21 ຕຸລາ 2025, ທ່ານ ກາລະມຸງຄຸນ ສຸພານຸວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo, ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕ່ຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານ ປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ “Représentant personnel du Président de la République Démocratique Populaire Lao auprès du Conseil permanent de la Francophonie” (CPF) ທີ່ ມີສຳນັກງານໃຫຍ່ ຕັ້້ງຢູ່ ນະຄອນຫຼວງປາຣີ, ສາທາລະນະລັດ ຝຣັ່ງ.

ອ່ານ​ເພີ່ມ

 

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ

20/10/2025

ໃນຕອນບ່າຍຂອງວັນທີ 18 ຕຸລາ 2025, ທ່ານ ເຮືອນແກ້ວ ສັງສົມສັກ, ເອກອັກຄະລັດຖະທູດແຕ່ງຕັ້ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ (His Majasty Sultan Haji Hassanal Bolkiah and Yang Di Pertuan of Brunei Darussalam) ແຫ່ງ ບຣູໄນ ດາຣູຊາລາມ ທີ່ ພະລາດຊະວັງ Istana Nurul Iman, ບັນດາ ເສຣີ ເບກາວັນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ບຣູໄນ ດາຣູຊາລາມ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະລາດຊະວັງຂອງ ບຣູໄນ ແລະ ພະນັກງານການທູດ ຈາກສະຖານທູດ ແຫ່ງ ສປປ ລາວ ປະຈໍາ ບຣູໄນ ດາຣູຊາລາມ ຕິດຕາມເຂົ້າຮ່ວມ.

ອ່ານ​ເພີ່ມ