ຂ່າວການເຄື່ອນໄຫວຂອງການນໍາພັກ-ລັດ
ຄົ້ນ​ຫາ​ໃນ​ໜ້ານີ້

ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ 2025

ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ 2025

13/01/2025

ໃນຕອນບ່າຍຂອງວັນທີ 09 ມັງກອນ 2025, ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ຮ່ວມກັບ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ ໄດ້ຈັດກອງປະຊຸມກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຢູ່ທີ່ ຫໍປະຊຸມເເຫ່ງຊາດ, ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີແຂກຜູ້ເຂົ້າຮ່ວມຈາກພາກລັດ ເເລະ ພາກທຸລະກິດ ຈໍານວນປະມານ 700 ຄົນ. ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025, ໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ເເລະ ທ່ານ ຫວຽນຈິດັງ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ; ເເລະ ເປັນກຽດເຂົ້າຮ່ວມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ພະນະທ່ານ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ.

ອ່ານ​ເພີ່ມ

 

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

13/01/2025

ໃນຕອນບ່າຍຂອງວັນທີ 10 ມັງກອນ 2025, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະນໍາ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ແລະ ເຂົ້າຮ່ວມ ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ໃນລະຫວ່າງວັນທີ 09-10 ມັງກອນ 2025 ຢູ່ ສປປ ລາວ.

ອ່ານ​ເພີ່ມ

 

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

10/01/2025

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 09-10 ມັງກອນ 2025.

ອ່ານ​ເພີ່ມ

 

ພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

10/01/2025

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025 ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ທີ່ ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສຸນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ມີບັນດາສະຫາຍການນໍາຂັ້ນສູງ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

ພິທີເປີດໂຕການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ພິທີເປີດໂຕການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

10/01/2025

ໃນວັນທີ 09 ມັງກອນ 2025, ໃນຊ່ວງໄລຍະກອງປະຊຸມ ຄັ້ງທີ 47 (JC 47) ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ສປປ ລາວ ແລະ ສສ. ຫວຽດນາມ ປະຈຳປີ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເປີດໂຕການໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງປະເທດ ເພື່ອ​​​ຊຸກຍູ້ສົ່ງເສີມການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ແລະ ການລົງທຶນລະຫວ່າງສອງປະເທດ.

ອ່ານ​ເພີ່ມ

 

ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

09/01/2025

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ແລະ ທ່ານ ຟ້າມ ມິງ ຈິງ, ນາຍົກ ລັດຖະມົນຕີຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳ ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະກໍາຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2025 ຢູ່ ຫໍປະຊຸມແຫ່ງຊາດ ໃນຕອນເຊົ້າ ວັນທີ 09 ມັງກອນ 2025. ກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງ ກໍ່ຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງການແຜນການຮ່ວມມື ໃນປີ 2025.

ອ່ານ​ເພີ່ມ

 

ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເດີນທາງມາຢ້ຽມຢາມ  ແລະ ເປັນປະທານຮ່ວມໃນກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະການຮ່ວມມືທະວິພາຄີ  ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ຄັ້ງທີ 47 ທີ່ ສປປ ລາວ

ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເປັນປະທານຮ່ວມໃນກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ຄັ້ງທີ 47 ທີ່ ສປປ ລາວ

09/01/2025

ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍບັນດາ ສະຫາຍ ການນຳລັດຖະບານ ແຫ່ງ ສສ. ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນ, ສປປ ລາວ, ໃນຕອນເຊົ້າຂອງວັນທີ 9 ມັງກອນ 2025, ໂດຍມີ ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ອ່ານ​ເພີ່ມ

 

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ  ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025

24/12/2024

ໃນຕອນບ່າຍຂອງວັນທີ 23 ທັນວາ 2024, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ເຂົ້າຮ່ວມ, ລວມເຖິງ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍຜ່ານລະບົບປະຊຸມທາງໄກ.

ອ່ານ​ເພີ່ມ