ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບ ຂໍ້ລິເລີ່ມວ່າດ້ວຍການຮ່ວມມື ແລະ ສົ່ງເສີມການລົງທຶນດ້ານກະສິກໍາ ໃນລະດັບສາກົນ
16/10/2025
ໃນລະຫວ່າງວັນທີ 14-17 ຕຸລາ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບ ຂໍ້ລິເລີ່ມວ່າດ້ວຍການສົ່ງເສີມການລົງທຶນດ້ານກະສິກໍາ ໃນລະດັບສາກົນ (World Food Forum and Hand-in-Hand Initiative Investment Forum 2025), ຈັດຂຶ້ນທີ່ ສໍານັກງານໃຫຍ່ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (Food and Agriculture Organisation of the United Nations ຫຼື FAO), ນະຄອນຫຼວງ ໂຣມ, ປະເທດ ອີຕາລີ. ເຂົ້າຮ່ວມໃນກອງປະຊຸມໃນປີນີ້ ມີຄະນະຜູ້ແທນລະດັບສູງ ຈາກປະເທດສະມາຊິກ ອົງການ ສປຊ, ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ທີ່ເຮັດວຽກໃນຂະແຫນງກະສິກໍາ. ຈຸດປະສົງຕົ້ນຕໍ ແມ່ນເພື່ອສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ແນໃສ່ການຫັນປ່ຽນດ້ານການພັດທະນາກະສິກໍາ ໃຫ້ມີຄວາມທັນສະໄຫມ ເພື່ອສາມາດຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃນທົ່ວໂລກ.
ອ່ານເພີ່ມ
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6
07/10/2025
ໃນວັນທີ 07 ຕຸລາ 2025 ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ - ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບ ມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ - ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 07 - 08 ຕຸລາ 2025, ທີ່ ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ - ຣັດເຊຍ ລວມຈຳນວນທັງໝົດ 30 ທ່ານ.
ອ່ານເພີ່ມ
ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ຍຸດທະສາດ ຂອງ ສປປ ລາວ ໃນທ່າມກາງສະພາບພູມສາດການເມືອງສາກົນທີ່ມີຄວາມຜັນແປ ແລະ ສັບສົນ”
24/09/2025
ໃນຕອນເຊົ້າຂອງວັນທີ 24 ກັນຍາ 2025, ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ຍຸດທະສາດຂອງ ສປປ ລາວ ໃນທ່າມກາງສະພາບພູມສາດ-ການເມືອງສາກົນ ທີ່ມີຄວາມຜັນແປ ແລະ ສັບສົນ” ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະໂມສອນນັກການທູດລາວ ແລະ ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ກອງປະຊຸມໄດ້ເຊື້ອເຊີນອະດີດເອກອັກຄະລັດຖະທູດ ແລະ ຫົວໜ້າກົມ ຜູ້ທີ່ມີປະສົບການ ແລະ ບົດຮຽນຕົວຈິງໃນການເຄື່ອນໄຫວວຽກງານການທູດ ຂຶ້ນບັນຍາຍ ແລະ ແລກປ່ຽນຄວາມຄິດເຫັນຮ່ວມກັນກັບນັກການທູດຮຸ້ນໜຸ່ມເພື່ອພ້ອມກັນຕີລາຄາສະພາບການພາກພື້ນ ແລະ ສາກົນທີ່ມີການຜົນແປຢ່າງສະລັບສັບຊ້ອນໃນປັດຈຸບັດ. ນອກຈາກນັ້ນ, ກໍຍັງມີ ຄະນະສະໂມສອນ ພ້ອມດ້ວຍສະມາຊິກຂອງສະໂມສອນນັກການທູດລາວ, ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມ ລວມທັງໝົດ 100 ກວ່າທ່ານ.
ອ່ານເພີ່ມ
ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດຣ ມານເລ ໂຟຟານາ, ຫົວໜ້າພາກພື້ນອາຊີ ຂອງສະຖາບັນການເຕີບໂຕສີຂຽວສາກົນ.
23/09/2025
ໃນຕອນບ່າຍຂອງວັນທີ 23 ກັນຍາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ດຣ ມານເລ ໂຟຟານາ, ຫົວໜ້າພາກພື້ນອາຊີ ຂອງສະຖາບັນການເຕີບໂຕສີຂຽວສາກົນ (Global Green Growth Institute ຫຼື GGGI).
ອ່ານເພີ່ມ
ສປປ ລາວ ເຂົ້າຮ່ວມທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ
20/09/2025
ໃນວັນທີ 18-19 ກັນຍາ 2025, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ໄດ້ເຂົ້າຮ່ວມການທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນກອງປະຊຸມ ຄັ້ງທີ 78 ຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດສັງຄົມ ແລະ ວັດທະນະທໍາ, ທີ່ ເຊີແນວ, ປະເທດສະວິດ.
ອ່ານເພີ່ມ
ພິທີເປີດ ກອງປະຊຸມປະຈໍາປີ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13
19/09/2025
ວັນທີ 16 ກັນຍາ 2025 ທີ່ ເຊີເເນວ, ປະເທດສະວິດສ, ຄະນະຜູ້ເເທນ ສປປ ລາວ ນໍາພາໂດຍ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພິທີເປີດ ກອງປະຊຸມປະຈໍາປີຂອງ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions-CCM) ຄັ້ງທີ 13, ເຊິ່ງຈັດຂື້ນໃນລະຫວ່າງວັນທີ 16-19 ກັນຍາ 2025 ທີ່ ຫ້ອງການ ອົງການ ສະຫະປະຊາຊາດ, ເຊີແນວ, ປະເທດສະວິດສ. ກອງປະຊຸມໃນປີນີ້ແມ່ນໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ເອກອັກຄະລັດຖະທູດ/ ຜູ້ຕ່າງໜ້າຖາວອນ ຟີລິບປິນ ປະຈໍາອົງການ ສປຊ ທີ່ ເຊິແນວ ແລະ ມີບັນດາປະເທດສະມາຊິກ ແລະ ບັນດາປະເທດສັງເກດການ ເຂົ້າຮ່ວມຫຼາຍກວ່າ 112 ປະເທດ, ລວມທັງຜູ້ຕ່າງໜ້າ ບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນຄົ້ນຄ້ວາຕ່າງໆເຂົ້າຮ່ວມ ທັງໝົດຫຼາຍກວ່າ 200 ຄົນ.
ອ່ານເພີ່ມ
ກອງປະຊຸມປຶກສາຫາລື ລະຫວ່າງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ຊຸນ ໂຊວັນນາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ, ຜູ້ຮັບຜິດຊອບວຽກງານຝຣັງໂກໂຟນີຂອງປະເທດ ກຳປູເຈຍ, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ.
29/08/2025
ໃນຕອນເຊົ້າຂອງວັນທີ 29 ສິງຫາ 2025 ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຊຸນ ໂຊວັນນາ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ, ຜູ້ຮັບຜິດຊອບວຽກງານຝຣັງໂກໂຟນີແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ພົບປະ ແລະ ປຶກສາຫາລື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ກ່ຽວກັບການ ຍົກສູງການພົວພັນຮ່ວມມືໃນດ້ານຕ່າງໆຂອງສອງປະເທດ ລາວ-ກຳປູເຈຍ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ
ອ່ານເພີ່ມ
ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid)
28/08/2025
ໃນວັນທີ 27 ສິງຫາ 2025, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid) ຂຶ້ນທີ່ ກະຊວງການຕ່າງປະເທດ ໂດຍໄດ້ຮັບກຽດກ່າວເປີດໂດຍ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ມອບຫມາຍໃຫ້ ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ ແລະ ທ່ານ ປອ. ວັນທະນາ ນໍລິນທາ, ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສືບຕໍ່ດຳເນີນກອງປະຊຸມ ຮ່ວມກັບບັນດາທ່ານເອກອັກຄະລັດຖະທູດ, ທ່ານກົງສຸນໃຫຍ່ ແລະ ທ່ານຫົວໜ້າຫ້ອງການສໍານັກງານ, ພ້ອມດ້ວຍບັນດານັກການທູດ ຢູ່ສຳນັກງານຜູ້ຕາງໜ້າ ຂອງ ສປປ ລາວ ປະຈຳຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມ
ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລົງເຄື່ອນໄຫວເຮັດວຽກກວດກາການດຳເນີນໂຄງການປັບປຸງຍົກລະດັບດ່ານສາກົນບໍ່ເຕັນ-ບໍ່ຫານ, ຢູ່ ແຂວງຫຼວງນໍ້າທາ
22/08/2025
ໃນລະຫວ່າງວັນທີ 21-22 ສິງຫາ 2025; ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ກຸ່ມບໍລິສັດ ພັດທະນາເຂດເສດຖະ ກິດພິເສດບໍ່ເຕັນລາວ ຈຳກັດ ໄດ້ລົງກວດກາການດຳເນີນໂຄງການກໍ່ສ້າງຂະຫຍາຍເສັ້ນທາງ 12 ເລນ ແລະ ປັບປຸງຍົກລະດັບພື້ນຖານໂຄງລ່າງຂອງດ່ານສາກົນບໍ່ເຕັນ-ບໍ່ຫານ ຢູ່ລະຫວ່າງຫຼັກໝາຍຊາຍແດນເລກທີ 29 ຫາ 28-1.
ອ່ານເພີ່ມ










