ພິທີປາຖະກະຖາຫົວຂໍ້: “BRICS and the Role of Small States During the Global Geopolitical Uncertainty”
05/12/2025
ໃນຕອນເຊົ້າ ຂອງວັນທີ 05 ທັນວາ 2025, ທີ່ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ມີພິທີປາຖະກະຖາພາຍໃຕ້ຫົວຂໍ້: “BRICS and the Role of Small States During the Global Geopolitical Uncertainty” ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ບັນຍາຍໂດຍທ່ານ Mark Entin, ສາດສະດາຈານ ຂອງມະຫາວິທະຍາໄລ MGIMO, ອະດີດເອກອັກຄະລັດຖະທູດ ແລະ ຫົວໜ້າກົມກົດໝາຍເອີຣົບ, ກະຊວງການຕ່າງປະເທດ ສະຫະພັນຣັດເຊຍ ແລະ ບັນດາຜູ້ເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖານທູດຣັດເຊຍປະຈໍາລາວ ແລະ ບັນດາກະຊວງອ້ອມຂ້າງ.
ອ່ານເພີ່ມ
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ
05/12/2025
ໃນຕອນບ່າຍຂອງວັນທີ 3 ທັນວາ 2025, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງໂຮງໝໍພາກໃຕ້ ຂອງ ສປປ ລາວ (The Project for the improvement of the Referral Hospital in the Southern Region) ມູນຄ່າ 2.865 ລ້ານເຢນ, ເຊິ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາ, ໂດຍມີຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ອ່ານເພີ່ມ
ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15
27/11/2025
ໃນວັນທີ 26 ພະຈິກ 2025, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍລາວ-ກຳປູເຈຍ (JC) ຄັ້ງທີ 15, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ຝ່າຍລາວ ແລະ ທ່ານ ອຸງ ລາຈະນາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ຝ່າຍກຳປູເຈຍ, ໂດຍມີບັນດາຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມ
ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມສໍາມະນາ “Korea-Laos Future Forum 2025” ຢູ່ ສ.ເກົາຫຼີ
25/11/2025
ໂດຍອີງຕາມການເຊື້ອເຊີນຂອງກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ, ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສ.ເກົາຫຼີ ໃນລະຫວ່າງວັນທີ 24-25 ພະຈິກ 2025 ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາ ໃນຫົວຂໍ້ “Korea-Laos Future Forum 2025”, ເຊິ່ງຮ່ວມຈັດໂດຍ ກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ ແລະ ສະມາຄົມ ເກົາຫຼີ-ອາຊີຕາເວັນອອກສ່ຽງໃຕ້ (Korea-Southeast Asia Association).
ອ່ານເພີ່ມ
ກອງປະຊຸມສຳມະນາ ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ
21/11/2025
ໃນຕອນເຊົ້າຂອງ ວັນທີ 20 ພະຈິກ 2025, ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຕາງໜ້າຈາກຫ້ອງການ, ບັນດາກົມ, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ ແລະ ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ເຂົ້າຮ່ວມ ຈຳນວນ 41 ທ່ານ.
ອ່ານເພີ່ມ
ພິທີເປີດໂຄງການ ແລະ ກອງປະຊຸມສຳມະນາ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ: ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”
21/11/2025
ໃນວັນທີ 19-20 ພະຈິກ 2025, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດໂຄງການ ແລະ ກອງປະຊຸມສຳມະນາ ພາຍໃຕ້ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ: ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”, ເຊິ່ງຈັດຂື້ນທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນພິເສດແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ.
ອ່ານເພີ່ມ
ການເຄື່ອນໄຫວວຽກງານຊາຍແດນຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູ່ ແຂວງອັດຕະປື ແລະ ຈໍາປາສັກ
18/11/2025
ໃນລະຫວ່າງວັນທີ 12-17 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ພ້ອມດ້ວຍຄະນະ, ເຊິ່ງປະກອບດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວວຽກງານຊາຍແດນ ຢູ່ ແຂວງອັດຕະປື ແລະ ແຂວງຈໍາປາສັກ.
ອ່ານເພີ່ມ
ພິທີສະຫຼອງ ຄົບຮອບ 50 ປີ ແຫ່ງ ສາຍພົວພັນການທູດ ລາວ - ໂຮນລັງ
17/11/2025
ໃນຕອນຄໍ່າຂອງວັນທີ 17 ພະຈິກ 2025, ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ໂຮນລັງ ຂຶ້ນຢ່າງເປັນທາງການ, ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມໂກ ຟົງ ໄວຄາເດິນ (Remco VAN WIJNGAARDEN), ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ໂຮນລັງ ປະຈຳ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ, ຕາງໜ້າລັດຖະບານ ແຫ່ງ ຣາຊະອານາຈັກ ໂຮນລັງ, ມີບັນດາ ທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ອ່ານເພີ່ມ
ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກ່າວໃນງານສັບປະດາອາຊຽນ ປະຈໍາປີ 2025
17/11/2025
ໃນວັນທີ 17 ພະຈິກ 2025 ທີ່ ຟູໂຈ, ແຂວງ ຟູຈ້ຽນ, ສປ. ຈີນ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມ ແລະ ກ່າວເປີດ ໃນງານສັບປະດາອາຊຽນ-ຈີນ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຄູ່ຮ່ວມຊາຕາກໍາຂອງພວກເຮົາ: ການເຊື່ອມໂຍງ ວິໄສທັດອາຊຽນ 2045 ແລະ ຄວາມທັນສະໄໝຂອງຈີນ” (Our Shared Future: Bridging ASEAN 2045 and Chinese Modernization). ເຂົ້າຮ່ວມໃນງານຄັ້ງນີ້ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ.
ອ່ານເພີ່ມ










