ຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ້ຽມຢາມຖໍ້າຜູ້ນໍາ ແລະ ມອບເຄື່ອງຊ່ວຍເຫຼືອຢູ່ແຂວງຫົວພັນ
13/06/2025
ໃນວັນທີ 11 ມິຖຸນາ 2025, ສະຫາຍ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ໊ຽມຢາມເມືອງວຽງໄຊ, ແຂວງຫົວພັນ ໂດຍໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມຖໍ້າຜູ້ນໍາໃນສະໄໝຕໍ່ສູ້ກູ້ຊາດຈໍານວນໜຶ່ງ ເຊັ່ນ: ຖໍ້າ ປະທານ ໄກສອນ ພົມວິຫານ, ຖໍ້າ ປະທານ ສຸພານຸວົງ, ຖໍ້າ ທ່ານ ພຸນ ສີປະເສີດ ແລະ ຖໍ້າ ທ່ານ ພູມມີ ວົງວິຈິດ, ພ້ອມທັງໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ທຶນຮອນຈໍານວນໜຶ່ງ ໃຫ້ແກ່ ໂຮງຮຽນຊົນເຜົ່າ ເມືອງວຽງໄຊ.
ອ່ານເພີ່ມ
ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສທີ່ກ່ຽວຂ້ອງ.
12/06/2025
ໃນວັນທີ 10 ແລະ 11 ມິຖຸນາ 2025 ທີ່ ປີນັງ, ປະເທດ ມາເລເຊຍ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ. ຈຸດປະສົງຂອງບັນດາກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລື ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລຳເປີ, ປະເທດມາເລເຊຍ.
ອ່ານເພີ່ມ
ກອງປະຊຸມພົບແລກປ່ຽນບົດຮຽນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ
12/06/2025
ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2025, ທີ່ ຫ້ອງວ່າການແຂວງຫົວພັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ສະຫາຍ ໄມທອງ ທໍາມະວົງສາ, ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ມີ ສະຫາຍເລຂາ, ຮອງເລຂາ, ກໍາມະການ ຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນຂອງທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ.
ອ່ານເພີ່ມ
ຄະນະນໍາກະຊວງການຕ່າງປະເທດ ນໍາພາຄະນະຊາວໜຸ່ມ ເຂົ້າຢ້ຽມຂໍ່ານັບ ການນໍາແຂວງຫົວພັນ
10/06/2025
ໃນຕອນບ່າຍຂອງວັນທີ 9 ມິຖຸນາ 2025, ທີ່ ຫ້ອງວ່າການແຂວງຫົວພັນ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະບໍລິຫານງານຊາວໜຸ່ມກະຊວງ ພ້ອມດ້ວຍຜູ້ຕາງໜ້າຈາກສະຫະພັນກໍາມະບານ ແລະ ສະຫະພັນແມ່ຍິງກະຊວງ ເຂົ້າຢ້ຽມຂໍ່ານັບ ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ, ໃນໂອກາດເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນ ໃນລະຫວ່າງວັນທີ 9-12 ມິຖຸນາ 2025.
ອ່ານເພີ່ມ
ກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕັນ-ບໍ່ຫານ)
06/06/2025
ໃນລະຫວ່າງ ວັນທີ 3 - 5 ມິຖຸນາ 2025, ທີ່ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ສປ ຈີນ, ໄດ້ຈັດກອງປະຊຸມເຈລະຈາ ຮ່າງສັນຍາ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, (ບໍ່ເຕັນ-ບໍ່ຫານ) ໂດຍການເປັນປະທານຮ່ວມ, ຝ່າຍລາວນຳໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກບັນດາກະຊວງຂະແໜງ ການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ; ຝ່າຍຈີນ ນຳໂດຍ ທ່ານ ຫົງ ລ້ຽງ, ຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກບັນດາກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ອ່ານເພີ່ມ
ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ, ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ສ. ເກົາຫລີ ຄັ້ງທີ 29
21/05/2025
ໃນວັນທີ 16 ພຶດສະພາ 2025, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ--ສ. ເກົາຫລີ ຄັ້ງທີ 29 ທີ່ ບາງກອກ, ໄທ ພາຍໃຕ້ການເປັນປະທານຮ່ວມຂອງ ໄທ ແລະ ສ. ເກົາຫລີ.
ອ່ານເພີ່ມ