ຂ່າວການ​ເຄື່ອນ​ໄຫວຂອງການນໍາພັກ-ລັດ
ຄົ້ນ​ຫາ​ໃນ​ໜ້ານີ້

ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

10/02/2026

ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 7 ກຸມພາ 2026, ທີ່ ນະຄອນຫຼວງພະນົມເປັນ, ລາຊະອານາຈັກກໍາປູເຈຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສົມເດັດ ມະຫາບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ໃນໂອກາດເດີນທາງຕິດຕາມ ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ລາຊະອານາຈັກ ກໍາປູເຈຍ ພ້ອມທັງເຂົ້າຮ່ວມກອງປະຊຸມພົບປະຜູ້ນໍາສູງສຸດສາມພັກ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 4, ກອງປະຊຸມພົບປະສຸດຍອດສອງ ພັກ ລາວ-ກໍາປູເຈຍ ຄັ້ງທີ 16 ແລະ ກອງປະຊຸມພົບປະສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປະເຈຍ ແຕ່ວັນທີ 6-7 ກຸມພາ 2026.

ອ່ານ​ເພີ່ມ

 

ກອງປະຊຸມສຸດຍອດ ຄັ້ງທີ 16 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ປະຈຳປີ 2026 ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກຳປູເຈຍ

10/02/2026

ກອງປະຊຸມສຸດຍອດ ຄັ້ງທີ 16 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ ປະຈຳປີ 2026 ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກຳປູເຈຍ

ໃນໂອກາດຢ້ຽມຢາມລັດຖະກິດ ຣາຊະອານາຈັກກຳປູເຈຍ ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງພັກ ປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 16 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍ ໃນວັນທີ 7 ກຸມພາ 2026, ເຊິ່ງຝ່າຍກໍາປູເຈຍ ນໍາໂດຍ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ກອງປະຊຸມສຸດຍອດດັ່ງກ່າວ ເປັນກົນໄກໜຶ່ງທີ່ສໍາຄັນໃນການພົວພັນຮ່ວມມືລະຫວ່າງ 2 ພັກ ກໍຄື 2 ປະເທດ ລາວ-ກໍາປູເຈຍ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ອ່ານ​ເພີ່ມ

 

ປະທານປະເທດ ແຫ່ງ ສປປ ລາວ ດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ລາຊະອານາຈັກ ກໍາປູເຈຍ

10/02/2026

ປະທານປະເທດ ແຫ່ງ ສປປ ລາວ ດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ລາຊະອານາຈັກ ກໍາປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ລາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ຢູ່ ລາຊະອານາຈັກກຳປູເຈຍ ໃນວັນທີ 6-7 ກຸມພາ 2026.

ອ່ານ​ເພີ່ມ

 

ການພົບປະສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ

10/02/2026

ການພົບປະສາມນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ

ກອງປະຊຸມພົບປະ 3 ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ຈັດຂຶ້ນ ໃນວັນທີ 6 ກຸມພາ 2026, ທີ່ ນະຄອນຫຼວງພະນົມເປັນ, ລາຊະອານາຈັກກໍາປູເຈຍ, ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ. ການພົບປະຄັ້ງນີ້ ມີຂຶ້ນພາຍຫຼັງກອງປະຊຸມສຸດຍອດຜູ້ນໍາສາມພັກການເມືອງ ຄັ້ງທີ IV ລະຫວ່າງ ພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກໍາປູເຈຍ ຊຶ່ງເປັນກົນໄກການຮ່ວມມືຍຸດທະສາດອັນສໍາຄັນຍິ່ງ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມູນເຊື້ອມາແຕ່ດົນນານຂອງສາມຊາດອິນດູຈີນ.

ອ່ານ​ເພີ່ມ

 

ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ, ພັກປະຊາຊົນກຳປູເຈຍ ໃນໄລຍະແຫ່ງການພັດທະນາໃໝ່

10/02/2026

ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ, ພັກປະຊາຊົນກຳປູເຈຍ ໃນໄລຍະແຫ່ງການພັດທະນາໃໝ່

ໃນວັນທີ 6 ກຸມພາ 2026, ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ທອງລຸນ ສີສຸລິດ; ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໂຕເລີມ; ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງ ແຫ່ງຣາຊະອານາຈັກ ກຳປູເຈຍ ສົມເດັດ ເຕໂຈ ຮຸນແຊນ ໄດ້ພົບປະສຸດຍອດ ລາວ-ຫວຽດນາມ-ກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ, ເຊິ່ງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ການພົວພັນຮ່ວມມືລະຫວ່າງ ສາມພັກ, ສາມປະເທດ ແນ່ໃສ່ເພີ່ມທະວີຄວາມສາມັກຄີອັນແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນກວ່າເກົ່າ ໃນໄລຍະແຫ່ງການພັດທະນາໃໝ່.

ອ່ານ​ເພີ່ມ

 

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງພະນົມເປັນ, ລາຊະອານາຈັກ ກຳປູເຈຍ

06/02/2026

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງພະນົມເປັນ, ລາຊະອານາຈັກ ກຳປູເຈຍ

ໃນຕອນເຊົ້າຂອງວັນທີ 6 ກຸມພາ 2026, ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນສາກົນເຕໂຈ, ນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 6-7 ກຸມພາ 2026.

ອ່ານ​ເພີ່ມ

 

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

04/02/2026

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ 2026 ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດເຢຍລະມັນ

03/02/2026

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດເຢຍລະມັນ

ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮັນສ ອູນລ໌ຣິກ ຊູດແບັກ (Hans-Ulrich Südbeck), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ.

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍານັບຂອງ ຜູ້ອຳນວຍການ ຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ

03/02/2026

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍານັບຂອງ ຜູ້ອຳນວຍການ ຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ

ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນ. ແຊນນີ ແຄມເບວ (Shanny Chambell), ຜູ້ອໍານວຍການ ຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ.

ອ່ານ​ເພີ່ມ