ຂ່າວການ​ເຄື່ອນ​ໄຫວຂອງການນໍາພັກ-ລັດ
ຄົ້ນ​ຫາ​ໃນ​ໜ້ານີ້

ພີທີປະກາດການເປັນປະທານກອງປະຊຸມທົບທວນ  ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

27/02/2026

ພີທີປະກາດການເປັນປະທານກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3

ໃນວັນທີ 27 ກຸມພາ 2026 ທີ່ ສວນປະຕູໄຊ, ນະຄອນຫຼວງວຽງຈັນ - ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີປະກາດການເປັນປະທານກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3 ປີ 2026 (Launching Ceremony of the 3rd Review Conference of the Convention on Cluster Munitions).

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດການາດາ ປະຈໍາ ສປປ ລາວ

26/02/2026

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດການາດາ ປະຈໍາ ສປປ ລາວ

ໃນຕອນບ່າຍຂອງວັນທີ 26 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຄັນທ໌ ວາຊ່ອງ (Kent VACHON), ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ.

ອ່ານ​ເພີ່ມ

 

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດອິນໂດເນເຊຍ

26/02/2026

ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດອິນໂດເນເຊຍ

ໃນຕອນບ່າຍຂອງວັນທີ 23 ກຸມພາ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ກຣາຕາ ເອັນດາ ເວີຣດານິງຕຣຽສ໌ (Grata Endah Werdaningtyas), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ອ່ານ​ເພີ່ມ

 

ສອງນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

26/02/2026

ສອງນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນຕອນບ່າຍຂອງວັນທີ 25 ກຸມພາ 2026, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມທາງໂທລະສັບກັບ ພະນະທ່ານ ແອນໂທນີ ແອວບານີຊີ (Anthony Albanese), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ອາວຸໂສຂອງທັງສອງຝ່າຍ.

ອ່ານ​ເພີ່ມ

 

 ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ສະພາບການ ຢູ່ ສ.ກູບາ, ວັນທີ 20 ກຸມພາ 2026

20/02/2026

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ສະພາບການ ຢູ່ ສ.ກູບາ, ວັນທີ 20 ກຸມພາ 2026

ຖະແຫຼງການ ຂອງ ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ສະພາບການ ຢູ່ ສ.ກູບາ, ວັນທີ 20 ກຸມພາ 2026

ອ່ານ​ເພີ່ມ

 

ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ສະພາບການໂລກໃນປັດຈຸບັນ: ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ສປປ ລາວ”

20/02/2026

ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ສະພາບການໂລກໃນປັດຈຸບັນ: ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ສປປ ລາວ”

ໃນຕອນບ່າຍຂອງວັນທີ 18 ກຸມພາ 2026, ສະໂມສອນນັກການທູດລາວ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ສະພາບການໂລກໃນປັດຈຸບັນ: ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ສປປ ລາວ” ໂດຍໄດ້ຮັບກຽດເປັນປະທານນຳພາກອງປະຊຸມ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະໂມສອນນັກການທູດລາວ ແລະ ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ. ພ້ອມນີ້, ມີບັນດາອະດີດທູດອາວຸໂສ, ອະດີດນັກການທູດ, ຄະນະນໍາ ແລະ ຜູ້ຕາງໜ້າຈາກກະຊວງຂະແໜງການອ້ອມຂ້າງສູນກາງ, ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກພາກທຸລະກິດ ຈໍານວນໜຶ່ງເຂົ້າຮ່ວມ.

ອ່ານ​ເພີ່ມ

 

ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

18/02/2026

ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ຕອນເຊົ້າຂອງວັນທີ 17 ກຸມພາ 2026 ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 7 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດ ລົງຊຸກຍູ້ກະກຽມຄວາມພ້ອມການເປັນເຈົ້າພາບ ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຢູ່ແຂວງຫຼວງພະບາງ

17/02/2026

ລັດຖະມົນຕີກະຊວງການຕ່າງປະເທດ ລົງຊຸກຍູ້ກະກຽມຄວາມພ້ອມການເປັນເຈົ້າພາບ ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 16-17 ກຸມພາ 2026, ທີ່ ເເຂວງ ຫຼວງພະບາງ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຕົວຈິງການແກ້ໄຂບັນຫາ ລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຫຼວງພະບາງ ເພື່ອຊຸກຍູ້ການກະກຽມຄວາມພ້ອມການເປັນເຈົ້າພາບ ແລະ ປະທານ ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ທີ່ມີແຜນຈະຈັດຂື້ນໃນລະຫວ່າງວັນທີ 13 – 18 ກັນຍາ 2026.

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຜູ້ຕາງໜ້າພິເສດຂອງ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ

13/02/2026

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຜູ້ຕາງໜ້າພິເສດຂອງ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ

ໃນຕອນເຊົ້າຂອງວັນທີ 13 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປາໂບຣ ກາງ (Mr. Pablo Kang), ຜູ້ຕາງໜ້າພິເສດຂອງ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.

ອ່ານ​ເພີ່ມ