ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ພິທີເປີດໂຕການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code  ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

10/01/2025

ພິທີເປີດໂຕການໃຫ້ບໍລິການທຸລະກຳເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ໃນວັນທີ 09 ມັງກອນ 2025, ໃນຊ່ວງໄລຍະກອງປະຊຸມ ຄັ້ງທີ 47 (JC 47) ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ສປປ ລາວ ແລະ ສສ. ຫວຽດນາມ ປະຈຳປີ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເປີດໂຕການໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງປະເທດ ເພື່ອຊຸກຍູ້ ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນລະຫວ່າງສອງປະເທດ.

ອ່ານ​ເພີ່ມ

ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

09/01/2025

ຜົນສຳເລັດກອງປະຊຸມ ຄັ້ງທີ 47 ປະຈໍາປີ 2025 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ແລະ ທ່ານ ຟ້າມ ມິງ ຈິງ, ນາຍົກ ລັດຖະມົນຕີຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳ ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະກໍາຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2025 ຢູ່ ຫໍປະຊຸມແຫ່ງຊາດ ໃນຕອນເຊົ້າ ວັນທີ 09 ມັງກອນ 2025. ກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງ ກໍ່ຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງການແຜນການຮ່ວມມື ໃນປີ 2025.

ອ່ານ​ເພີ່ມ

ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເດີນທາງມາຢ້ຽມຢາມ  ແລະ ເປັນປະທານຮ່ວມໃນກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະການຮ່ວມມືທະວິພາຄີ  ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ຄັ້ງທີ 47 ທີ່ ສປປ ລາວ

ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍບັນດາ ສະຫາຍ ການນຳລັດຖະບານ ແຫ່ງ ສສ. ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນ, ສປປ ລາວ, ໃນຕອນເຊົ້າຂອງວັນທີ 9 ມັງກອນ 2025, ໂດຍມີ ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ອ່ານ​ເພີ່ມ

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ  ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025

24/12/2024

ກະຊວງການຕ່າງປະເທດ ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025

ໃນຕອນບ່າຍຂອງວັນທີ 23 ທັນວາ 2024, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງ, ປາຖະກະຖາວັນສໍາຄັນຂອງພັກຂອງຊາດ ແລະ ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2024 - ທິດທາງແຜນການ ສຳລັບປີ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ເຂົ້າຮ່ວມ, ລວມເຖິງ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍຜ່ານລະບົບປະຊຸມທາງໄກ.

ອ່ານ​ເພີ່ມ

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025