ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ແຈ້ງການຂອງກະຊວງການຕ່າງປະເທດ: ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມເຮັດວຽກທາງການ ຢູ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20-23 ມັງກອນ 2025

16/01/2025

ແຈ້ງການຂອງກະຊວງການຕ່າງປະເທດ: ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມເຮັດວຽກທາງການ ຢູ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20-23 ມັງກອນ 2025

ໂດຍຕອບຮັບຕາມການເຊື້ອເຊີນ ຂອງ ພະນະທ່ານ ອິຊິບະ ຊິເງະຣຸ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມເຮັດວຽກທາງການ ຢູ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20 - 23 ມັງກອນ 2025 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.

ອ່ານ​ເພີ່ມ

 

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງການຕ່າງປະເທດ ຄັ້ງທີ XII

15/01/2025

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງການຕ່າງປະເທດ ຄັ້ງທີ XII

ໃນຕອນເຊົ້າຂອງວັນທີ 14 ມັງກອນ 2025, ທີ່ ກະຊວງການຕ່າງປະເທດ, ຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງການຕ່າງປະເທດ ຄັ້ງທີ XII ຂອງຕົນຂຶ້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ມຸກດາວັນ ສີສຸລິດ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກໍາມະການຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ມອນໄຊ ລາວມົວຊົ່ງ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ໂດຍມີຄະນະພັກກະຊວງ, ບັນດາເລຂາໜ່ວຍພັກ ແລະ ຕາງໜ້າໜ່ວຍພັກຈາກຫ້ອງການ ແລະ ບັນດາກົມຕ່າງໆອ້ອມຂ້າງກະຊວງ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ ແລະ ບັນດາແຂກຖືກເຊີນຈາກສູນກາງຊາວໜຸ່ມ ແລະ ກະຊວງອ້ອມຂ້າງຈໍານວນໜຶ່ງ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ 2025

13/01/2025

ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ 2025

ໃນຕອນບ່າຍຂອງວັນທີ 09 ມັງກອນ 2025, ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ຮ່ວມກັບ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ ໄດ້ຈັດກອງປະຊຸມກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຢູ່ທີ່ ຫໍປະຊຸມເເຫ່ງຊາດ, ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີແຂກຜູ້ເຂົ້າຮ່ວມຈາກພາກລັດ ເເລະ ພາກທຸລະກິດ ຈໍານວນປະມານ 700 ຄົນ. ກອງປະຊຸມ ຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025, ໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ປອ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ເເລະ ທ່ານ ຫວຽນຈິດັງ, ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສສ ຫວຽດນາມ; ເເລະ ເປັນກຽດເຂົ້າຮ່ວມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ພະນະທ່ານ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ.

ອ່ານ​ເພີ່ມ

 

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

13/01/2025

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 10 ມັງກອນ 2025, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະນໍາ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ແລະ ເຂົ້າຮ່ວມ ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ໃນລະຫວ່າງວັນທີ 09-10 ມັງກອນ 2025 ຢູ່ ສປປ ລາວ.

ອ່ານ​ເພີ່ມ

 

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

10/01/2025

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 09-10 ມັງກອນ 2025.

ອ່ານ​ເພີ່ມ

 

ພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

10/01/2025

ພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025 ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ທີ່ ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສຸນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ມີບັນດາສະຫາຍການນໍາຂັ້ນສູງ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານ​ເພີ່ມ

 

 

 

visiter
ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2025