ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ

24/04/2025

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ

ໃນວັນທີ 24 ເມສາ 2025 ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງຂະແໜງການຂອງລັດ ພ້ອມດ້ວຍຕາງ ໜ້າຈາກອົງການສະຫະປະຊາຊາດ ປະຈໍາ ສປປ ລາວ. ພິເສດ, ໃນກອງປະຊຸມຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ນາງ ຣາບັບ ຟາຕິມາ, ຮອງເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງ ອົງການ ສະຫະປະຊາຊາດ ສໍາລັບ ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ເດີນທາງມາປະຕິບັດພາລະກິດ ຢູ່ ສປປ ລາວ ຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສປປ ລາວ.

ອ່ານ​ເພີ່ມ

 

ປະທານປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ

21/04/2025

ປະທານປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ເລືອງ ເກືອງ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ແຕ່​ວັນ​ທີ 24 - 25 ເມສາ 2025 ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

ອ່ານ​ເພີ່ມ

 

ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພົບປະກັບ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ

18/04/2025

ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພົບປະກັບ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ

ເນື່ອງໃນໂອກາດ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ ໃນລະຫວ່າງວັນທີ 15 – 17 ເມສາ 2025

ອ່ານ​ເພີ່ມ