ຂ່າວການ​ເຄື່ອນ​ໄຫວຂອງການນໍາພັກ-ລັດ
ຄົ້ນ​ຫາ​ໃນ​ໜ້ານີ້

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

04/02/2026

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ 2026 ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດເຢຍລະມັນ

03/02/2026

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທູດເຢຍລະມັນ

ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮັນສ ອູນລ໌ຣິກ ຊູດແບັກ (Hans-Ulrich Südbeck), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ.

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍານັບຂອງ ຜູ້ອຳນວຍການ ຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ

03/02/2026

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍານັບຂອງ ຜູ້ອຳນວຍການ ຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ

ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນ. ແຊນນີ ແຄມເບວ (Shanny Chambell), ຜູ້ອໍານວຍການ ຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ.

ອ່ານ​ເພີ່ມ

 

ພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມ ກະຊວງການຕ່າງປະເທດ

03/02/2026

ພິທີມອບ-ຮັບ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມ ກະຊວງການຕ່າງປະເທດ

ໃນຕອນບ່າຍຂອງວັນທີ 3 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບ ທຸງໄຊນໍາຫນ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ທອງລີ ສີສຸລິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ອ່ານ​ເພີ່ມ

 

 ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ  ໃນວັນທີ 4 ກຸມພາ 2026.

02/02/2026

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໃນວັນທີ 4 ກຸມພາ 2026.

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ 2026 ທີ່ ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ຮັດແໜ້ນ ການພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາຣີ.

ອ່ານ​ເພີ່ມ

 

ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະກັບຄູ່ຮ່ວມຕໍາແໜ່ງ ປະເທດອາຊຽນ ທີ່ ເຊບູ, ຟິລິບປິນ

30/01/2026

ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະກັບຄູ່ຮ່ວມຕໍາແໜ່ງ ປະເທດອາຊຽນ ທີ່ ເຊບູ, ຟິລິບປິນ

ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະກັບຄູ່ຮ່ວມຕໍາແໜ່ງ ປະເທດອາຊຽນ ທີ່ ເຊບູ, ຟິລິບປິນ

ອ່ານ​ເພີ່ມ

 

ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

30/01/2026

ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ໃນວັນທີ 29 ມັງກອນ 2026 ທີ່ ເຊບູ, ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງຕ່າງປະເທດ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ຟີລິບປິນ ແລະ ເຂົ້າຮ່ວມໂດຍ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ແມ່ນກອງປະຊຸມຄັ້ງທໍາອິດ ສຳລັບປີ 2026 ຈັດຂື້ນພາຍໃຕ້ການເປັນປະທານອາຊຽນຂອງ ຟີລິບປິນ ພາຍໃຕ້ຄໍາຂວັນ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ (Navigating Our Future, Together)”.

ອ່ານ​ເພີ່ມ

 

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນວັນທີ 5 ກຸມພາ 2026

30/01/2026

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນວັນທີ 5 ກຸມພາ 2026

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນວັນທີ 5 ກຸມພາ 2026.

ອ່ານ​ເພີ່ມ