ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະ​ແຫຼງການລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ກ່ຽວກັບ ເຫດການລະເບີດແຕກ ທີ່ ດາວາວ, ປະເທດ ຟິລິບປິນ

AseanLOGO1

 

ຖະ​ແຫຼງການລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ

ກ່ຽວກັບ ເຫດການລະເບີດແຕກ ທີ່ ດາວາວ, ປະເທດ ຟິລິບປິນ

 

(ວັນທີ 4 ກັນຍາ 2016)

----------------------------------------------

 

 

ອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການລະເບີດແຕກ ຊຶ່ງເປັນການກໍ່ການຮ້າຍ ທີ່ ດາ​ວາວ, ສາທາລະນະ​ລັດ ຟິລິບ​ປິນ ​ໃນ​ວັນ​ທີ 2 ກັນຍາ 2016 ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​.

 

ອາຊຽນ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ ມາ​ຍັງ ລັດຖະບານ ຟິລິບ​ປິນ ​ໂດຍ​ສະ​ເພາະ​ແມ່ນ​ຄອບຄົວ​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​​ເຫດການລະເບີດແຕກຄັ້ງນີ້.

 

ອາຊຽນ ສະໜັບສະໜຸນ ລັດຖະບານ ຟິລິບປິນ ຢ່າງເຕັມປ່ຽມ ໃນການນໍາເອົາຜູ້ກະທໍາຜິດ ມາສູ່ຂະບວນການຍຸຕິທໍາ ແລະ ເຮັດໃຫ້ສະພາບກັບຄືນສູ່ປົກກະຕິ​.

 

ອາຊຽນ ຢືນຢັນຄືນຄວາມໝາຍໝັ້ນຂອງຕົນ ໃນການຮ່ວມມືກັບວົງຄະນາຍາດສາກົນ ​ເພື່ອຕ້ານ​ລັດທິຄວາມ​ຮຸນ​ແຮງ ແລະ ການກໍ່ການຮ້າຍ ທຸກຮູບແບບ ​ແລະ ທຸກ​ຮູບ​ການ ບໍ່​ວ່າ​ດ້ວຍ​ແຮງ​ຈູງ​ໃຈ​ໃດ​, ຢູ່ແຫ່ງຫົນໃດ​ໃດ, ​ເວລາ​ໃດ ​ແລະ ​ໃຜ​ກໍ​ຕາມ ທີ່ກະທໍາການກໍ່ການຮ້າຍ.

 

**************************************

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422671
ມື້ນີ້5
ມື້ວານ256
ອາທິດນີ້926
ເດືອນນີ້431