ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ
ກ່ຽວກັບ ເຫດການຈັບຕົວປະກັນ ຢູ່ ດາກາ
ວັນທີ 3 ກໍລະກົດ 2016
-------------------------------------------
ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການຈັບຕົວປະກັນ ທີ່ເກີດຂຶ້ນໃນວັນທີ 1-2 ກໍລະກົດ 2016 ຢູ່ ດາກາ, ສາທາລະນະລັດ ປະຊາຊົນ ບັງກາລາເທດ ອັນໄດ້ເຮັດໃຫ້ມີປະຊາຊົນ ຊາວບັງກາລາເທດ ແລະ ຊາວຕ່າງຊາດ ເສຍຊີວິດ ແລະ ບາດເຈັບ ຈໍານວນຫຼາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນຂອງ ສາທາລະນະລັດ ປະຊາຊົນ ບັງກາລາເທດ ແລະ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ກໍ່ຄືລັດຖະບານ, ປະຊາຊົນ ແລະ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ທີ່ເປັນຊາວຕ່າງປະເທດ.
ອາຊຽນ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ບັງກາລາເທດ ໃນການດໍາເນີນການເພື່ອຊ່ວຍເຫຼືອຕົວປະກັນ.
ໃນສະພາບທີ່ມີເຫດການກໍ່ການຮ້າຍເກີດຂຶ້ນຢູ່ພາກພື້ນຕ່າງໆຂອງໂລກ, ອາຊຽນ ຢືນຢັນຄືນຄວາມໝາຍໝັ້ນອັນແຮງກ້າຂອງຕົນ ເພື່ອຮ່ວມມືຢ່າງໃກ້ຊິດກັບວົງຄະນະຍາດສາກົນ ໃນການຕໍ່ສູ້ຕ້ານກັບ ການກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ຄວາມຮຸນແຮງ ໃນທຸກຮູບແບບ ແລະ ຮູບການ ທີ່ກະທໍາຂຶ້ນ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍ່ຕາມ ທີ່ເປັນຜູ້ກະທໍາ.