ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໄມເຄີນ ຣິດຈາດ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປຢ້ຽມຢາມ ສະຫະລັດ ອາເມຣິກາ ຢ່າງເປັນທາງການ ຄັ້ງທໍາອິດ, ໃນລະຫວ່າງວັນທີ 26-29 ມັງກອນ 2020.
ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ວົງແຄບ, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-18 ມັງກອນ 2020, ທີ່ ຍາຈາງ, ສສ. ຫວຽດນາມ.
ນະຄອນຫຼວງວຽງຈັນ, ວັນທີ 09 ມັງກອນ 2020
ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.