ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-11 ກັນຍາ 2020

 ແຈ້ງການຂອງກະຊວງການຕ່າງປະເທດ

20200907HGR

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 10-11 ກັນຍາ, ທີ່ ນະຄອນຫລວງວຽງຈັນ, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.


 ຊີວະປະຫວັດຫຍໍ້ ຂອງ ທ່ານ ປີເຕີ ຊີຈາໂຕ,

ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ

v  ຂໍ້ມູນສ່ວນຕົວ:

-        ວັນເດືອນປີເກີດ:               30 ຕຸລາ 1978

-        ສະຖານທີ່ເກີດ:                 ກາມາຣົມ, ຮົງກາລີ (Komárom, Hungary)

-        ສະພາບຄອບຄົວ:               ແຕ່ງງານກັບ ນາງ Szilvia Szijjártó ແລະ ມີລູກ 2 ຄົນ

v  ຂໍ້ມູນດ້ານການສຶກສາ:

-        ສຳເລັດການສຶກສາຂັ້ນມັດທະຍົມຕອນປາຍ ທີ່ Győr ໃນປີ 1997

-        ຈົບປະຣິນຍາຕີ ໃນສາຂາ ເສດຖະສາດ ແລະ ລັດຖະສາດ ໃນປີ 2000

-        ປະຣິນຍາໂທ ຂະແໜງການພົວພັນຕ່າງປະເທດ ໃນປີ 2002

v  ປະສົບການໃນການເຮັດວຽກ:

-        1998:                ສັງກັດພັກການເມືອງ Fidesz

-        1998:                ຖືກເລືອກຕັ້ງເປັນສະມາຊິກຂອງສະພາທ້ອງຖິ່ນ(Győr) ທີ່ມີອາຍຸນ້ອຍທີ່ສຸດ

ແລະ ໄດ້ດຳລົງຕຳແໜ່ງ ເປັນຮອງປະທານຄະນະກຳມາທິການ ດ້ານການສຶກສາ, ວັດທະນະທໍາ ແລະ ກິລາ.

-        2001:                ໄດ້ຮັບການເລືອກເປັນຮອງປະທານ ອົງການຈັດຕັ້ງຊາວໜຸ່ມ (Fidelitas) ຂອງ

                       ພັກ ແລະ ທັງເປັນຄະນະບໍລິຫານງານ.

-        2002, 2006, 2010, 2014,2018:           ເປັນສະມາຊິກຂອງສະພາແຫ່ງຊາດ

-        23 ກັນຍາ 2014:             ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ

                                 ຮົງກາລີ ເຖິງ ປະຈຸບັນ.

ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຈະເດີນທາງຢ້ຽມຢາມ ສປປ ລາວ

 

 

 ແຈ້ງການຂອງກະຊວງການຕ່າງປະເທດ

 

20200819JFM

 

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ໂມເຕງິ ໂທຊິມິດຊຶ (H.E. Mr. MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-24 ສິງຫາ 2020.

 

ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2020

                                                                                                                ກະຊວງການຕ່າງປະເທດ

 


 

ຊີວະປະຫວັດຂອງ

 

ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ

ຊື່ ແລະ ນາມສະກຸນ: ທ່ານ ໂມເຕງິ ໂທຊິມິດຊຶ

ວັນເດືອນປີເກີດ: ວັນທີ 7 ຕຸລາ 1955 (65 ປີ)

ສັງກັດ: ພັກເສລີປະຊາທິປະໄຕຍີ່ປຸ່ນ ( LDP)

         ສະມາຊິກສະພາຜູ້ແທນຣາຊະດອນ (ສະມາຊິກສະພາຕໍ່າ) ຍີ່ປຸ່ນ

         ເຂດເລືອກຕັ້ງທີ 5 ແຂວງ Tochigi(ໄດ້ຮັບເລືອກຕັ້ງທັງໝົດ 9 ຄັ້ງ)

ວັນທີເດືອນປີ

ເນື້ອໃນ

ເດືອນມີນາ 1978

ຈົບການສຶກສາລະດັບປະລິນຍາຕີ ຈາກ ມະຫາວິທະຍາໄລໂຕກຽວ, ຄະນະເສດຖະສາດ

ປີ 1978 - 1980

ເຮັດວຽກຢູ່ ບໍລິສັດ Marubeni Corporation

ເດືອນມິຖຸນາ 1983

ຈົບການສຶກສາລະດັບປະລິນຍາໂທຈາກ ໂຮງຮຽນ John F. Kennedy ຂອງລັດຖະບານ,ມະຫາວິທະຍາໄລຮາວາດ, ສ.ອາເມລິກາ

ປີ 1983

ນັກຂ່າວພະແນກການເມືອງຂອງ ສໍານັກໜັງສືພິມ Yomiuri Shimbun

ປີ 1984 - 1992

ທີ່ປຶກສາດ້ານການບໍລິຫານ ຂອງ ບໍລິສັດ McKinsey & Company

ເດືອນກໍລະກົດ 1993

ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາຕໍ່າ (ເຂດເລືອກຕັ້ງທີ 5 ຂອງ ແຂວງ Tochigi)

(ໄດ້ຮັບເລືອກຕັ້ງ 9 ຄັ້ງ ຕິດຕໍ່ກັນ)

ເດືອນຕຸລາ 2002

ຮອງລັດຖະມົນຕີອາວຸໂສ ກະຊວງການຕ່າງປະເທດ

(ຄະນະລັດຖະບານ Koizumi ຊຸດທີ 1 (ການປັບປຸງຄະນະລັດຖະບານ ຄັ້ງທີ 1))

ເດືອນກັນຍາ 2003

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບວຽກງານແຂວງ Okinawa ແລະ ອະທິປະໄຕພາກເໜືອ, ນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (IT)

(ຄະນະລັດຖະບານ Koizumi ຊຸດທີ 1)

ເດືອນກັນຍາ 2007

ປະທານ, ຄະນະກຳມະທິການສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ, ສະພາຕໍ່າ

ເດືອນສິງຫາ 2008

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບ ການບໍລິການດ້ານການເງິນ ແລະ ການປະຕິຮູບການບໍລິຫານ

(ຄະນະລັດຖະບານ Fukuda (ການປັງປຸງຄະນະລັດຖະບານ)

ເດືອນກັນຍາ 2010

ປະທານ, ສໍານັກງານໃຫຍ່ປະຊາສຳພັນ, ພັກເສລີປະຊາທິປະໄຕ (LDP)

ເດືອນກັນຍາ 2011

ປະທານ, ສະພານະໂຍບາຍ, ພັກເສລີປະຊາທິປະໄຕ (LDP)

ເດືອນທັນວາ 2012

ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ

(ຄະນະລັດຖະບານ Abe ຊຸດທີ 2)

ເດືອນກັນຍາ 2014

ປະທານ, ກຳມາທິການການເລືອກຕັ້ງ, ພັກເສລີປະຊາທິປະໄຕ (LDP)

ເດືອນສິງຫາ 2016

ປະທານ, ສະພານະໂຍບາຍ, ພັກເສລີປະຊາທິປະໄຕ (LDP)

ເດືອນສິງຫາ 2017

  • ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບນະໂຍບາຍເສດຖະກິດ ແລະ ການເງິນ
  • ລັດຖະມົນຕີ ຜູ້ຮັບຜິດຊອບ ການພັດທະນາຊັບພະຍາກອນມະນຸດ
  • ລັດຖະມົນຕີ ຜູ້ຮັບຜິດຊອບການຟື້ນຟູເສດຖະກິດ
  • ລັດຖະມົນຕີ ປະຈໍາ ສໍານັກງານນາຍົກລັດຖະມົນຕີ ຜູ້ຮັບຜິດຊອບ ນະໂຍບາຍເສດຖະກິດ ແລະ ການເງິນ
  • ລັດຖະມົນຕີ ຜູ້ຮັບຜິດຊອບ ການປະຕິຮູບຄວາມໝັ້ນຄົງທາງສັງຄົມ
  • ລັດຖະມົນຕີ ຜູ້ຮັບຜິດຊອບ TPP ແລະ ການເຈລະຈາການຄ້າ ຍີ່ປຸ່ນ - ສ.ອາເມລິກາ

(ຄະນະລັດຖະບານ Abe ຊຸດທີ 3 (ການປັບປຸງຄະນະລັດຖະບານ ຄັ້ງທີ 3)

ເດືອນຕຸລາ 2018

(ຄະນະລັດຖະບານ Abe ຊຸດທີ 4 (ການປັບປຸງຄະນະລັດຖະບານ))

ເດືອນກັນຍາ 2019

ລັດຖະມົນຕີຕ່າງປະເທດ

(ຄະນະລັດຖະບານ Abe ຊຸດທີ 4 (ການປັບປຸງຄະນະລັດຖະບານ ຄັ້ງທີ 2)

 

 

 

 

 

ຄຳແນະນຳ ສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ວັນທີ 01 ມິຖຸນາ 2020

01 Travel advisory of the Lao PDR Lao 01-06-2020 Final-3

ອ່ານເພີ່ມເຕີມ... 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480265
ມື້ນີ້95
ມື້ວານ157
ອາທິດນີ້663
ເດືອນນີ້6496