ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 ໃນຮູບແບບກອງປະຊຸມທາງໄກ, ທີ່ຈະມີຂຶ້ນໃນວັນທີ 13 ພະຈິກ 2020. ນີ້
ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 12 ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19.