ບົດແຈ້ງຂ່າວ
ໃນລະຫວ່າງ ວັນທີ 3-5 ກໍລະກົດ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຈະນໍາພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7, ທີ່ ເມືອງ ບາກັນ, ສສ ມຽນມາ ພາຍໃຕ້ການເປັນປະທານຮ່ວມຂອງ ສສ ມຽນມາ ແລະ ສປ ຈີນ.
- ອີງຕາມຈົດໝາຍທາງການທູດ ຈາກ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ, ສະບັບເລກທີ Z-2022/99614231/34508590, ລົງວັນທີ 02 ມິຖຸນາ 2022.
- ລັດຖະບານ ແຫ່ງ ສາທາລະນະລັດ ຕວັກກີ ຂໍແຈ້ງໃຫ້ຊາບວ່າ ປະຈຸບັນ ລັດຖະບານ ຕວັກກີ ໄດ້ອອກແຈ້ງ ກ່ຽວກັບ ການປັບປ່ຽນຊື່ປະເທດ ຄືນໃຫມ່ ຈາກເດີມ “Republic of Turkey” ປ່ຽນໃຫມ່ ໂດຍນຳໃຊ້ຢ່າງເປັນທາງການແມ່ນ “Republic of Türkiye”.
- ສຳລັບການນຳໃຊ້ຊື່ປະເທດ ໃນຮູບແບບຫຍໍ້ ແມ່ນ "Türkiye"
ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອທາບທາມ ຄຳເຫັນຈາກສາທາລະນະຊົນ ແລະ ພາກສ່ວນກ່ຽວຂ້ອງໃນການສ້າງນິຕິກຳ. (ສຳລັບຮ່າງກົດໝາຍ ແລະ ຮ່າງດຳລັດ ສາມາດຖ່າຍຮູບສະແກນຜ່ານ QR Code ລຸ່ມນີ້)