ບົດແຈ້ງການ
ໂດຍການຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ເອຣີວັນ ເປີຮິນ ຢູຊ໊ອບ, ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບຣູໄນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ບຣູໄນ ຈະໄດ້ນໍາພາຄະນະຜູ້ແທນລາວ ເດີນທາງ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 3 (JCBC-3), ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 9-11 ສິງຫາ 2022 ທີ່ນະຄອນຫຼວງບັນດາ ເສຣີເບກາວັນ, ບຣູໄນ ດາຣູຊາລາມ.
ນະຄອນຫຼວງວຽງຈັນ, ວັນທີ 8 ສິງຫາ 2022