ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27-29 ທັນວາ 2021 ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ກໍ່ຄື ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.