ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ຈະເດີນທາງຢ້ຽມຢາມທາງການ ສປປ ລາວ

 

ROK FM

 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ, ພະນະທ່ານ ຈອງ ອຸຍຢອງ(H.E. Mr. Chung Eui-yong), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມທາງການ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 28-29 ສິງຫາ 2021.

 

ນະຄອນຫຼວງວຽງຈັນ, ວັນທີ 24 ສິງຫາ 2021

ກະຊວງການຕ່າງປະເທດ

 

--------------------------------------------------------------------------------------------------------------------

ປະຫວັດຫຍໍ້

ທ່ານ ຈອງ ອຸຍຢອງ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ

 

*  ວັນ ເດືອນ ປີເກີດ: 14 ເມສາ 1946

 

*  ການສຶກສາ:

  • ທັນວາ 2010    ປະລິນຍາເອກກິຕິມະສັກ ສາຂາວິທະຍາສາດການເມືອງ, ສະຖາບັນກະສັດແຫ່ງກຳປູເຈຍ, ພະນົມເປນ,​ ກໍາປູເຈຍ.
  • ມິຖຸນາ 1981    ປະລິນຍາໂທ ສາຂາການບໍລິຫານພາກລັດ,​ ມະຫາວິທະຍາໄລ ຮາເວີດ, ລັດ ມາຊາຕູແຊັດ, ສະຫະລັດອາເມລິກາ.
  • ກຸມພາ 1968    ປະລິນຍາຕີ ສາຂາພົວພັນສາກົນ, ມະຫາວິທະຍາໄລເຊອຸນ, ນະຄອນຫລວງເຊອູນ,​ ສ. ເກົາຫລີ.

 

*  ປະສົບການເຮັດວຽກ:

  • ກຸມພາ 2021        ລັດຖະມົນຕີກະຊວງການຕ່າງປະເທດ.
  • ກໍລະກົດ 2020     ທີ່ປຶກສາພິເສດປະທານາທິບໍດີວຽກງານການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ.
  • ພຶດສະພາ 2017   ຫົວໜ້າສະພາຄວາມໝັ້ນຄົງແຫ່ງຊາດ ແລະ ປະທານຄະນະປະຈໍາສະພາຄວາມໝັ້ນຄົງແຫ່ງຊາດ.
  • ທັນວາ 2009       ປະທານຮ່ວມຄະນະປະຈຳ ແລະ ເລຂາທິການໃຫຍ່ຂອງກອງປະຊຸມສາກົນຂອງພັກການເມືອງອາຊີ.
  • ມິຖຸນາ 2004        ສະມາຊິກສະພາແຫ່ງຊາດ ຊຸດທີ 17.
  • ມັງກອນ 2001     ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ກອງເລຂາສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ທີ່ ນະຄອນເຊີແນວ, ສະວິດເຊີແລນ.
  • ເມສາ 1998         ຮອງລັດຖະມົນຕີການຄ້າ, ກະຊວງການຕ່າງປະເທດ ແລະ ການຄ້າ
  • ມັງກອນ 1997     ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫລີ ປະຈຳ ອິດສະລາແອນ.
  • ມັງກອນ 1995     ອັກຄະລັດຖະທູດ, ສະຖານທູດ ສ. ເກົາຫລີ ປະຈຳ ສະຫະລັດອາເມລິກາ.
  • ສິງຫາ 1993       ຫົວໜ້າກົມການຄ້າສາກົນ,​ ກະຊວງການຕ່າງປະເທດ.
  • ກໍລະກົດ 1991    ອັກຄະລັດຖະທູດ, ສຳນັກງານຜູ້ຕາງໜ້າຖາວອນ ປະຈໍາ ສະຫະພາບເອີຣົບ, ບຣຸກແຊນ, ແບນຊິກ.
  • ທັນວາ 1989      ໂຄສົກກະຊວງການຕ່າງປະເທດ.
  • ກຸມພາ 1989      ຮອງຫົວໜ້າກົມວິເຄາະຂໍ້ມູນ, ກະຊວງການຕ່າງປະເທດ.
  • ມັງກອນ 1986    ທີ່ປຶກສາ, ສະຖານທູດ ສ.ເກົາຫລີ ປະຈຳ ສະຫະລັດອາເມລິກາ.
  • ພຶດສະພາ 1984  ທີ່ປຶກສາ, ສະຖານທູດ ສ.ເກົາຫລີ ປະຈຳ ຣາຊະອານາຈັກໄທ.
  • ກໍລະກົດ 1982     ຫົວໜ້າພະແນກນະໂຍບາຍການຄ້າ, ກົມການຄ້າສາກົນ,​ ກະຊວງການຕ່າງປະເທດ.
  • ມິຖຸນາ 1974       ເລຂາຕີ, ສະຖານທູດ ສ.​ເກົາຫລີ ປະຈຳ ການາດາ.
  • ມີນາ 1972         ເຂົ້າເຮັດວຽກ ຢູ່ ກະຊວງການຕ່າງປະເທດ.
  • ພະຈິກ 1971       ຜ່ານການສອບເສັງດ້ານວຽກງານການທູດລະດັບສູງ.

 

*  ຮັບການຍ້ອງຍໍ:

  • ມັງກອນ 2006       ຫຼຽນກຽດຕິຍົດ Bernado O’Higgins, ສ.ຊີລີ.
  • ພຶດສະພາ 2005    ການຍ້ອງຍໍພິເສດທີ່ໄດ້ປະກອບສ່ວນຕໍ່ວຽກງານການທູດຂອງລັດຖະສະພາ ຈາກ ປະທານສະພາແຫ່ງຊາດ.
  • ກັນຍາ 2004         ຫຼຽນກຽດຕິຄຸນ ຂັ້ນ​2 (ສາຍສະພາຍສີເຫຼືອງ).
ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485328
ມື້ນີ້29
ມື້ວານ227
ອາທິດນີ້364
ເດືອນນີ້4633