ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບ ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ ແຫ່ງ ສະ​ມາ​ພັນ​ທະ​ລັດ ສະ​ວິດ ເດີນທາງຢ້ຽມຢາມທາງ​ການຢູ່ ສປປ ລາວ

 

 

Swiss VPFM

 

ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສະ​ມາ​ພັນ​ທະ​ລັດ ສະ​ວິດ, ພະ​ນະ​ທ່ານ ອິ​ກນາ​ຊີ​ໂອ​ ກາດສີດ​ສ (Ignazio Cassis), ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ ແຫ່ງ ສະ​ມາ​ພັນ​ທະ​ລັດ ສະ​ວິດ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມທາງ​ການຢູ່ ສປປ ລາວ ໃນວັນທີ 3-4ສິງຫາ 2021.

 

 

 

ຊີວະປະຫວັດຫຍໍ້

 ພະນະທ່ານ ປອ. ອິກນາຊິໂອ ຄາດສິດສ

ຮອງປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດ ສະມາພັນ ທະລັດສະວິດ

ເກີດໃນວັນທີ 13 ເມສາ 1961, ທີ Malcanto

ແຕ່ງງານກັບ ທ່ານ ນາງ Paola Rodoni Cassis

 

ປະຫວັດການສຶກສາ:

-       1987: ຈົບປະລິນຍາຕີການແພດ ຈາກ ມະຫາວິທະຍາໄລ ຊູລິກ

-       1996: ຈົບປະລິນຍາໂທດ້ານສາທາລະນະສຸກສາດ ຈາກ ມະຫາວິທະຍາໄລ ເຊີແນວ

-       1997: ເປັນ ທ່ານໝໍ ຢູ່ ມະຫາວິທະຍາໄລ ໂລຊານ

-       1998: ເປັນແພດຊ່ຽວຊານພາຍໃນ, ການປ້ອງກັນພະຍາດ ແລະ ດ້ານສາທາລະນະສຸກ.

 

ການເຄື່ອນໄຫວດ້ານການເມືອງ:

-       2004: ຖືກເລືອກຕັ້ງເປັນຄະນະເຮັດວຽກດ້ານນິຕິກໍາ ຢູ່ເມືອງTicino ຂອງແຂວງ Collina d’Oro.

-       2007: ເປັນສະມາຊິກສະພາແຫ່ງຊາດ ສະວິດ ສັງກັດພັກເສລີປະຊາທິປະໄຕ, ຊຶ່ງໄດ້ຮັບຜິດຊອບຫຼາຍບົດບາດທັງພາຍໃນ ແລະ ຕ່າງປະເທດ ໃນຂົງເຂດລັດຖະສະພາ ເຊັ່ນ:

  • 2008-2012: ຖືກແຕ່ງຕັ້ງໃຫ້ເປັນຮອງປະທານສະມາຄົມການແພດ ແຫ່ງ ສະມາພັນທະລັດ ສະວິດ.
  • 2015: ຖືກແຕ່ງຕັ້ງ ເປັນຄະນະກໍາມະທິການດ້ານສາທາລະນະສຸກ ແລະ ຄວາມປອດໄພທາງສັງຄົມ ໃນສະພາມົນຕີ ແຫ່ງຊາດ.
  • 2015: ເປັນປະທານຂອງກຸ່ມ ເສລີປະຊາທິປະໄຕ ໃນລັດຖະສະພາ ສະມາພັນທະລັດ ສະວິດ.
  • 20 ກັນຍາ 2017: ຖືກເລືອກຕັ້ງເປັນສະມາຊິກ ສະພາແຫ່ງ ສະຫະພັນ ເອກະພາບ ສະວິດ.

-       1 ພະຈິກ 2017: ເປັນລັດຖະມົນຕີກະຊວງການຕ່າງປະເທດ ຈົນເຖິງປັດຈຸບັນ.

-       1 ມັງກອນ 2021: ຖືກແຕ່ງຕັ້ງເປັນຮອງປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດ.

(ຫ້ອງການ ຮ່ວມມືສະວິດ ປະຈໍາ ລາວ ແຈ້ງບໍ່ເປັນທາງການວ່າ ທ່ານ ກາດສິດສ ມີແຜນທີ່ຈະຂຶ້ນເປັນປະທານາທິບໍດີສະວິດ ໃນປີ 2022.

 

ການເຄື່ອນໄຫວໃນ ອາຊີບການແພດ:

-       1988-1996: ປະກອບສ່ວນດ້ານການແພດຜ່າຕັດ ແພດພາຍໃນ ແລະ ການປ້ອງກັນພະຍາດ.

-       1996-2008: ເປັນເຈົ້າໜ້າທີ່ດ້ານສາທາລະນະສຸກສາດ ຢູ່ເຂດປົກຄອງເມືອງ Ticino, ປະເທດ ສະວິດ.

-       2012: ເປັນປະທານສະມາຄົມຮັກສາສຸຂະພາບ CURAVIVA ແລະ ປີ 2013 ເປັນປະທານອົງການ Curafutura (ອົງການປະກັນສຸຂະພາບແຫ່ງຊາດ)

-       2008-2014: ທ່ານ ອິກນາຊິໂອ ກາດສິດສ ຍັງໄດ້ເປັນອາຈານສອນດ້ານວິຊາການແພດ ຢູ່ ມະຫາວິທະຍາໄລ ແຫ່ງ ຕ່າງໆ ຂອງ ສະວິດ.

-       2010-2015: ປະຕິບັດບົດບາດດ້ານສັງຄົມ ດ້ວຍການເປັນຄະນະບໍລິຫານງານ ແລະ ປະທານມູນນິທິຕ່າງໆ.

 

**********************

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480229
ມື້ນີ້59
ມື້ວານ157
ອາທິດນີ້627
ເດືອນນີ້6460