ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະຫນອງຕາມການເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເພື່ອເປັນການສືບຕໍ່ຜັນຂະຫຍາຍ ສາຍພົວພັນຮ່ວມມືຍຸດທະສາດຮອບດ້ານຫມັ້ນຄົງຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ແຫນ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ສະຫາຍ ຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 13-14 ຕຸລາ 2020.
ນະຄອນຫລວງວຽງຈັນ, ວັນທີ 09 ຕຸລາ 2020
ກະຊວງການຕ່າງປະເທດ