ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການໂຈະຊົ່ວຄາວການຮັບຄໍາຮ້ອງຂໍໜັງສືຜ່ານແດນທໍາມະດາ

ແຈ້ງການ

ເຖິງ:   ພໍ່ແມ່ປະຊາຊົນບັນດາເຜົ່າ, ນັກທຸລະກິດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ບັນດາ

         ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດ.

ເລື່ອງ: ໂຈະຊົ່ວຄາວການຮັບຄໍາຮ້ອງຂໍໜັງສືຜ່ານແດນທໍາມະດາ.

ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ: ເນື່ອງຈາກປັດຈຸບັນການແຜ່ລະບາດຂອງເຊື້ອໄວຣັດ Covid-19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນສູງໃນແຕ່ລະວັນ, ເຖິງວ່າປັດຈຸບັນຢູ່ ສປປ ລາວ ບໍ່ມີກໍລະນີຜູ້ຕິດເຊື້ອ Covid-19 ກໍ່ຕາມ ແຕ່ກໍ່ຖືວ່າຍັງມີຄວາມສ່ຽງສູງ. ສະນັ້ນ, ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດການຕິດເຊື້ອ ແລະ ແຜ່ລະບາດຂອງເຊື້ອໄວຣັດ Covid-19, ກະຊວງການຕ່າງປະເທດ ຈຶ່ງຈະໂຈະຊົ່ວຄາວການຮັບຄໍາຮ້ອງຂໍໜັງສືຜ່ານແດນທໍາມະດາ (Ordinary Passport) ແຕ່ວັນທີ 30 ມີນາ 2020 ເຖິງ 20 ເມສາ 2020 ຢູ່ກົມກົງສຸນ ແລະ ຢູ່ 06 ສູນຮັບຄໍາຮ້ອງຂໍໜັງສືຜ່ານແດນຢູ່ຕ່າງແຂວງ (ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ). ສໍາລັບກໍລະນີສຸກເສີນເຊັ່ນ: ການເຈັບປ່ວຍໜັກ ແມ່ນຈະໄດ້ຮັບການພິຈາລະນາເປັນແຕ່ລະກໍລະນີ.

ສໍາລັບການໂຈະຊົ່ວຄາວການຮັບຄໍາຮ້ອງຂໍໜັງສືຜ່ານແດນທໍາມະດາ ຈະເລີ່ມຈັດຕັ້ງປະຕິບັດຕາມກໍານົດການຂ້າງເທີງ ຈົນກວ່າຈະມີແຈ້ງການສະບັບອື່ນປ່ຽນແທນ.

 

          ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານເພື່ອຮັບຊາບຕາມທາງຄວນດ້ວຍ.

 


>>ດາວໂຫລດແຈ້ງການ<<

 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404536
ມື້ນີ້12
ມື້ວານ171
ອາທິດນີ້947
ເດືອນນີ້6576