ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ມາດຕະການດ້ານວີຊາ ເພື່ອສະກັດກັ້ນພະຍາດໄວຣັດ Covid-19

 

ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຊາບວ່າ: ເພື່ອເຝົ້າລະວັງປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງເຊື້ອໄວຣັດໂຄວິດ (Covid-19) ທີ່ເກີດຂື້ນໃນຫລາຍປະເທດທົ່ວໂລກ, ລັດຖະບານ ໄດ້ອອກມາດຕະການເພີ່ມເຕີມກ່ຽວກັບການອອກວີຊາເຂົ້າ ສປປ ລາວ ດັ່ງລາຍລະອຽດລຸ່ມນີ້:

  1. ໂຈະການອອກວີຊາກັບດ່ານສາກົນ ໃນຂອບເຂດທົ່ວປະເທດ;
  2. ໂຈະການອອກວີຊາທ່ອງທ່ຽວ ຢູ່ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ;
  3. ໂຈະການອອກວີຊາອອນລາຍ;
  4. ໂຈະການຈັດຕັ້ງປະຕິບັດການຍົກເວັ້ນວີຊາ ໃຫ້ແກ່ພົນລະເມືອງປະເທດອາຊຽນ ແລະ ພົນລະເມືອງຂອງປະເທດທີ່ໄດ້ເຊັນສັນຍາຍົກເວັ້ນວີຊາທັງຝ່າຍດຽວ ແລະ ສອງຝ່າຍ ກັບ ສປປ ລາວ (ບໍ່ລວມຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ);
  5. ພິຈາລະນາອອກວີຊາປະເພດອື່ນໆ (ຍົກເວັ້ນວີຊາທ່ອງທ່ຽວ) ໂດຍຜ່ານສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ເທົ່ານັ້ນ. ການປະກອບເອກະສານຂໍວີຊາ ນອກຈາກເອກະສານທີ່ຕ້ອງການຕາມລະບຽບໃນການຂໍວີຊາແລ້ວ ແມ່ນຈໍາເປັນຈະຕ້ອງມີໃບຢັ້ງຢືນສຸຂະພາບ ຄັດຕິດມາພ້ອມ. ແບບຟອມໃບຢັ້ງຢືນສຸຂະພາບດັ່ງກ່າວ ສາມາດດາວໂລດເອົາຢູ່ໃນເວັບໄຊທາງການຂອງ ກະຊວງການຕ່າງປະເທດ.

ນະໂຍບາຍຂ້າງເທີງຈະມີຜົນບັງຄັບໃຊ້ແຕ່ ເວລາ 00:00 ໂມງ ວັນທີ 20 ມີນາ 2020 ເຖິງເວລາ 00:00 ໂມງ ວັນທີ 20 ເມສາ 2020.

ດັ່ງນັ້ນ, ກະຊວງ ຈຶ່ງຂໍແຈ້ງມາຍັງບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ເພື່ອຊາບ ແລະ ພິຈາລະນາແຈ້ງໃຫ້ປະເທດເຈົ້າພາບ ແລະ ປະເທດທີ່ຕົນຮັບຜິດຊອບ ໃນເວລາອັນດ່ວນດ້ວຍ (ຈົດໝາຍແຈ້ງເຖິງເຖິງບັນດາສະຖານທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາຢູ່ ສປປ ລາວ ສະບັບເລກທີ 628/AE.AC.1, ລົງວັນທີ 19 ມີນາ 2020 ໄດ້ຄັດຕິດມາພ້ອມນີ້).

 

ວັນທີ 19 ມີນາ 2020


>>ດາວໂຫຼດຟອມໃບຢັ້ງຢືນສຸຂະພາບທີ່ນີ້<<

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404536
ມື້ນີ້12
ມື້ວານ171
ອາທິດນີ້947
ເດືອນນີ້6576