ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ອູ ຈໍ ຕິນ, ລັດຖະມົນຕີກະຊວງຮ່ວມມືສາກົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ຈະນຳພາຄະນະຜູ້ແທນມຽນມາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ມຽນມາ; ມຽນມາ-ລາວ ຄັ້ງທີ 12, ທີ່ ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 04-07 ມີນາ 2020, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືອັນໃກ້ຊິດ ຖານບ້ານໃກ້ເຮືອນຄຽງ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.