ໃນຕອນເຊົ້າຂອງວັນທີ 20 ກຸມພາ 2020 ທີ່ຈະມາເຖິງ, ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Special ASEAN-China Foreign Ministers’ Meeting on the novel coronavirus disease (COVID) ທີ່ ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະທານຮ່ວມຂອງ ລັດຖະມົນຕີຕ່າງປະເທດ ຟີລິບປິນ ແລະ ສປ. ຈີນ. ກອງປະຊຸມຄັ້ງນີ້ ຈະມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ລັດຖະມົນຕີຕ່າງປະເທດ (ທີ່ປຶກສາແຫ່ງລັດ) ແຫ່ງ ສປ. ຈີນ ແລະ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ເພື່ອຊອກຊ່ອງທາງ ແລະ ກຳນົດມາດຕະການໃນການຕ້ານ ແລະ ຮັບມືກັບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່. ຄາດວ່າ, ກອງປະຊຸມຄັ້ງນີ້ ຈະມີການພິຈາລະນາຮັບຮອງເອົາຖະແຫຼງການປະທານຮ່ວມ (Co-chairs’ Statement) ໃນການຕ້ານ ແລະ ຮັບມືກັບການລະບາດຂອງພະຍາດດັ່ງກ່າວ.