ອາຊຽນ (ASEAN) ຈະຈັດການແຂ່ງຂັນຊີງລາງວັນ (ASEAN Prize 2019) ປະຈຳປີ 2019, ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງ ທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນສົ່ງເສີມການຮ່ວມມື ແລະ ການສ້າງປະຊາຄົມອາຊຽນ ກໍຄື ການສົ່ງເສີມເອກະລັກຂອງອາຊຽນ (ASEAN Identity), ສົ່ງເສີມນໍ້າໃຈຄອບຄົວອາຊຽນ (ASEAN Spirit), ແລະ ສະໜັບສະໜູນວິຖີທາງຂອງອາຊຽນ (ASEAN Way).
ເງື່ອນໄຂໃນການຄັດເລືອກ
- ຕ້ອງເປັນພົນລະເມືອງລາວ ຫຼື ເປັນອົງການຈັດຕັ້ງ ທີ່ຂື້ນທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ລວມມີ ຫົວໜ່ວຍຕ່າງໆຂອງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ຄອບຄົວຕົວແບບ, ສະຫະກອນ ແລະ ກຸ່ມການຜະລິດ-ບໍລິການ.
- ຕ້ອງມີຜົນງານດີເດັ່ນ ແລະ ເປັນທີ່ຍອມຮັບຈາກສັງຄົມໂດຍທົ່ວໄປໂດຍສະເພາະແມ່ນ ດີເດັ່ນໃນດ້ານການປະສານງານຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ; ການຮ່ວມມືລະຫວ່າງອາຊຽນ ກັບ ສາກົນ; ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ປະຊາຊົນ ໃນປະເທດສະມາຊິກອາຊຽນ; ມີການເຊື່ອມໂຍງດ້ານເສດຖະກິດ ແລະ ການສົ່ງເສີມມາດຕະຖານ ລະຫວ່າງ ປະເທດສະມາຊິກອາຊຽນ; ແລະ ດີເດັ່ນໃນການປະກອບສ່ວນສ້າງປະຊາຄົມອາຊຽນ.
- ປະຕິບັດຕາມແນວທາງຂອງພັກ, ລະບຽບກົດໝາຍ ແລະ ນະໂຍບາຍຂອງລັດ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ.
ການສະເໜີບຸກຄົນ ຫຼື ອົງການຈັດຕັ້ງທີ່ຖືກຄັດເລືອກ
- ບຸກຄົນ ຫຼື ອົງການຈັດຕັ້ງ ທີ່ສົນໃຈສະໝັກຈະຕ້ອງຂຽນບົດປະເມີນຜົນງານຂອງຕົນ 2-3 ໜ້າ, (ນັບແຕ່ເດືອນມັງກອນ 2018 ຫາ ເດືອນ ມັງກອນ 2019) ທັງພາສາລາວ ແລະ ພາສາອັງກິດ, ໂດຍອີງໃສ່ເງື່ອນໄຂໃນການຄັດເລືອກ ທີ່ລະບຸໄວ້ໃນ ຂໍ້ 2.
- ການປະກາດ ແລະ ພິທີມອບລາງວັນ ຈະຈັດຂື້ນໃນລະຫວ່າງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ໃນເດືອນ ມິຖຸນາ 2019, ທີ່ ບາງກອກ. ຜູ້ຊະນະເລີດ ຈະໄດ້ຮັບເງິນລາງວັນ ຈຳນວນ 20,000 ໂດລາສະຫະລັດ.