ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ ລາວ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງທີ 41 ຂອງ ຄະນະກໍາມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 5-6 ມັງກອນ 2019, ທີ່ ຮ່າໂນ້ຍ, ສສ.ຫວຽດນາມ.