ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ວັນທີ 15-17 ທັນວາ 2018, ທີ່ ແຂວງ ຫລວງພະບາງ

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນໃນເດືອນ ມັງກອນ 2018 ທີ່ ກໍາປູເຈຍ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2018-2022, ສປປ ລາວ ໃນ​ນາມປະທານຮ່ວມຂອງຂອບການຮ່ວມມືດັ່ງກ່າວ ສໍາລັບປີ 2018-2020, ຈະໄດ້ຮັບ​ກຽດເປັນເຈົ້າພາບ​ຈັດ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 (The 4th Mekong – Lancang Cooperation Foreign Ministers’ Meeting) ຂຶ້ນໃນລະ​ຫວ່າງວັນທີ 15-17 ທັນວາ 2018 ທີ່ ນະ​ຄອນ ຫລວງພະບາງ.

          ກອງ​ປະ​ຊຸມ​​ຄັ້ງ​ນີ້ ຈະ​ດຳ​ເນີນ​ໄປ ພາຍ​ໃຕ້​ການ​ເປັນປະ​ທານ​ຮ່ວມ ໂດຍ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ​, ລັດ​ຖະ​ມົນ​ຕີ ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ແລະ ທ່ານ ຫວັງ ອີ້, ທີ່​ປຶກ​ສາ​ແຫ່ງ​ລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ເຊິ່ງຈະ​ມີ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ນຳ​ໂດຍ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫຼື ທຽບ​ເທົ່າ ​ຈາກ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງຄື: ສ​ປ​ປ ລາວ, ກຳ​ປູ​ເຈຍ, ສ​ປ​ຈີນ, ມຽນ​ມາ, ໄທ ແລະ ສ​ສ ຫວຽດ​ນາມ ຫຼາຍກວ່າ 120 ກວ່າ​ທ່ານເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

     ກອງ​ປະ​ຊຸມຄັ້ງ​ນີ້ ຈະ​ໄດ້​ທົບ​ທວນ​ຄວາມ​ຄືບ​ໜ້າ ແລະ ຕີ​ລາ​ຄາຄືນ​ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ງານ ແລະ ໂຄງ​ການຕ່າງໆ​ຂອງຂອບ​ຮ່ວມ​ມືແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ແລະ ປຶກ​ສາ​ຫາ​ລືບັນດາແຜນ​ງານໃນຕໍ່​ໜ້າ ແລະ ຮັບ​ຮອງ​ເອົາໃນ​ກອງ​ປະ​ຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ທີ່ ແຂວງ ຫລວງພະບາງ ນີ້. ເພື່ອ​ເປັນ​ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ ຂັ້ນ​ລັດ​ຖະ​ມັນ​ຕີ, ກໍ​ຈະ​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ຮ່ວມ​ດ້ານ​ການ​ທູດ ແລະ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ.

          ສຳ​ລັບຂອບ​ຮ່ວມ​ມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຜ່ານ​ມາ​ໄດ້ມີການ​ຈັດກອງ​ປະ​ຊຸມລະ​ດັບ​ຜູ້​ນຳ ​ຄັ້ງ​ປະ​ຖົມ​ມະ​ລຶກຂຶ້ນໃນ​ປີ 2016. ມາ​ເຖິງ​ປັດ​ຈຸ​ບັນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ - ​ ແມ່​ນ້ຳລ້ານ​ຊ້າງ ຖື​ວ່າ​ເປັນ​ກອງ​ປະ​ຊຸມທີ່ມີສຳ​ຄັນ​ໜຶ່ງ​ ແນ​ໃສ່ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ​ແລະ ​ຂະ​ບວນ​ການ​ເຊື່ອ​​ມໂຍງ​ຂອງ​ພາກ​ພື້ນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ ປະ​ເທດ​ແມ່​ນ້ຳຂອງ - ແມ່​ນ້ຳ​ລ້ານ​ຊ້າງ ​ກໍ​ຄື ສ​ປ​ປ ລາວ ເຮົາ ໃຫ້​ມີ​ສັນ​ຕິ​ພາບ, ຄວາມຈະ​ເລີ​ນ​ຮຸ່ງ​ເຮືອງ ແລະ ​ຄວາມສີ​ວິ​ໄລ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480273
ມື້ນີ້103
ມື້ວານ157
ອາທິດນີ້671
ເດືອນນີ້6504