ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ຄັດເລືອກ ບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊິງ “ລາງວັນອາຊຽນ” ຄັ້ງປະຖົມມະເລີກ

2018.10.09 ASEAN Prize

ຄັດເລືອກ ບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊິງລາງວັນອາຊຽນຄັ້ງປະຖົມມະເລີກ

ອາຊຽນ (ASEAN)ຈະຈັດການແຂ່ງຂັນຊີງລາງວັນ(ASEAN Prize) ຄັ້ງປະຖົມມະເລີກ, ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫລື ອົງການຈັດຕັ້ງທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນສົ່ງເສີມການຮ່ວມມື ແລະ ການສ້າງປະຊາຄົມອາຊຽນ ກໍຄື ການສົ່ງເສີມເອກະລັກຂອງອາຊຽນ (ASEAN Identity), ສົ່ງເສີມນໍ້າໃຈຄອບຄົວອາຊຽນ (ASEAN Spirit), ແລະ ສະໜັບສະໜູນວິຖີທາງຂອງອາຊຽນ (ASEAN Way).

ເງື່ອນໄຂໃນການຄັດເລືອກ

  1. 1.ຕ້ອງເປັນພົນລະເມືອງລາວ ຫຼື ເປັນອົງການຈັດຕັ້ງ ທີ່ຂື້ນທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວລວມມີ ຫົວໜ່ວຍຕ່າງໆຂອງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ,ຄອບຄົວຕົວແບບ, ສະຫະກອນແລະ ກຸ່ມການຜະລິດ-ບໍລິການ.
  2. 2.ຕ້ອງມີຜົນງານດີເດັ່ນແລະ ເປັນທີ່ຍອມຮັບຈາກສັງຄົມໂດຍທົ່ວໄປໂດຍສະເພາະແມ່ນ ດີເດັ່ນໃນດ້ານການປະສານງານຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ; ການຮ່ວມມືລະຫວ່າງອາຊຽນ ກັບ ສາກົນ; ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ປະຊາຊົນ ໃນປະເທດສະມາຊິກອາຊຽນ; ມີການເຊື່ອມໂຍງດ້ານເສດຖະກິດ ແລະ ການສົ່ງເສີມມາດຕະຖານ ລະຫວ່າງປະເທດສະມາຊິກອາຊຽນ; ແລະດີເດັ່ນໃນການປະກອບສ່ວນສ້າງປະຊາຄົມອາຊຽນ.
  3. 3.ປະຕິບັດຕາມແນວທາງຂອງພັກ, ລະບຽບກົດໝາຍ ແລະ ນະໂຍບາຍຂອງລັດ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ.

ການສະເໜີບຸກຄົນ ຫຼື ອົງການຈັດຕັ້ງທີ່ຖືກຄັດເລືອກ

  • ບຸກຄົນ ຫຼື ອົງການຈັດຕັ້ງ ທີ່ສົນໃຈສະໝັກຈະຕ້ອງຂຽນບົດປະເມີນຜົນງານຂອງຕົນ 2-3 ໜ້າ, (ນັບແຕ່ເດືອນເມສາ 2017 ຫາ ເດືອນ ມີນາ 2018) ທັງພາສາລາວ ແລະ ພາສາອັງກິດ, ໂດຍອີງໃສ່ເງື່ອນໄຂໃນການຄັດເລືອກ ທີ່ລະບຸໄວ້ໃນ ຂໍ້ 2.
  • ການປະກາດ ແລະ ຮັບລາງວັນ ຈະຈັດຂື້ນໃນລະຫວ່າງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ໃນເດືອນ ພະຈິກ 2018 ທີ່ ສິງກະໂປ. ຜູ້ຊະນະເລີດ ຈະໄດ້ຮັບເງິນລາງວັນ ຈຳນວນ 20,000 ໂດລາສະຫະລັດ.
  • ກະລຸນາ ສົ່ງບົດປະເມີນຂອງທ່ານ ມາຍັງຈຸດປະສານງານແຫ່ງຊາດ (ກົມອາຊຽນ, ກະຊວງການຕ່າງປະເທດ)ໂດຍກົງ ຫຼື ອີເມວ This email address is being protected from spambots. You need JavaScript enabled to view it.ຊ້າສຸດພາຍໃນ ວັນທີ 16 ຕຸລາ 2018. ລາຍລະອຽດເພີ່ມເຕີມສາມາດເຂົ້າເບີ່ງໄດ້ທີ່ https://bit.ly/2zun9n3ຫຼື ຕິດຕໍ່ ເບີໂທລະສັບ 021 454115 / 020 2814 0260.
ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484383
ມື້ນີ້87
ມື້ວານ273
ອາທິດນີ້821
ເດືອນນີ້3688