ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດແຈ້ງຂ່າວ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27 ໃນວັນທີ 11-13 ກັນຍາ 2018 ທີ່ ຮ່າໂນຍ, ສສ.ຫວຽດນາມ.

ໃນວັນທີ 11 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈະນຳພາຄະນະຜູ້ແທນ ສປປ ລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີ​ປຶກສາຫາລືເສດຖະກິດ​ໂລກ ກ່ຽວ​ກັບ ອາ​ຊຽນ ຄັ້ງ​ທີ 27 (27th World Economic Forum on ASEAN), ພາຍ​ໃຕ້​ຫົວ​ຂໍ້: ​າ​ຊຽນ 4.0: ການປະ​ກອບ​ການ​ທຸ​ລະ​ກິດ ແລະ ການ​ປະ​ຕິ​ວັດດ້ານ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4(ASEAN 4.0: Entrepreneurship and the Fourth Industrial Revolution)ຕາມການເຊື້ອເຊີນຂອງນາຍົກ ລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ປະທານອົງການເວທີປຶກສາຫາລືເສດຖະກິດໂລກ ທີ່ຈະຈັດຂຶ້ນໃນວັນທີ 11-13 ກັນຍາ 2018 ທີ່ ຮ່າໂນຍ, ສສ.ຫວຽດນາມ.

ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນທຸກໆປີ ໂດຍໄດ້ເຊື້ອເຊີນເອົາບັນດາຜູ້ນຳຂັ້ນ​ສູງທັງພາກລັດ, ຫົວໜ່ວຍທຸລະກິດຈາກທົ່ວ​ໂລກ, ຜູ້​ວາງ​ນະ​ໂຍ​ບາຍ​ຈາກ​ຂະ​ແໜງອຸດສາຫະກຳ, ບັນດາອົງການຈັດຕັ້ງສາກົນ ແລະ ບຸກ​ຄົນ ທີ່ມີຊື່ສຽງແຖວໜ້າຂອງໂລກເຂົ້າຮ່ວມ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ວິໄສທັດ ຕາມຫົວຂໍ້ດັ່ງກ່າວ ແລະ ການ​ຮ່ວມ​ມື​ ລະ​ຫວ່າງ​ ພາກ​ລັດ ແລະ ​ເອ​ກະ​ຊົນ ໃນການພັດທະນາເສດຖະກິດ-ສັງຄົມໃນ​ພາກ​ພື້ນ ແລະ ສາ​ກົນ.

ນອກຈາກເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຍັງຈະໄດ້ພົບປະ ກັບ ບັນ​ດາ​ຄູ່​ຮ່ວມ​ຕຳ​ແໜ່ງ ລວ​ມ​ທັງ ທ່ານນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຈະຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານປະທານ ອົງການເວທີປຶກສາຫາລືເສດຖະກິດໂລກ ແລະ ບັນດາບໍລິສັດສາກົນທີ່ມີຊື່ສຽງຈໍານວນໜຶ່ງ ທີ່ມີການລົງທຶນພາຍໃນ ສປປ ລາວ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480297
ມື້ນີ້127
ມື້ວານ157
ອາທິດນີ້695
ເດືອນນີ້6528