ໃນວັນທີ 15 ມິຖຸນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫຼື ແອັກແມັກ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫຼື ຊີແອວແອັມວີ (CLMV) ຄັ້ງທີ 9, ໃນວັນທີ 15-16 ມິຖຸນາ 2018, ທີ່ ບາງກອກ, ປະເທດໄທ, ຕາມການເຊື້ອເຊີນ ຂອງ ພະນະທ່ານ ປຣະຍຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານກອງປະຊຸມສຸດຍອດ CLMV ຄັ້ງທີ 9.
ກອງປະຊຸມສຸດຍອດ ACMECS ຄັ້ງທີ 8ນີ້ ຈະດໍາເນີນໄປພາຍໃຕ້ຫົວຂໍ້ “ກ້າວໄປສູ່ການເຊື່ອມໂຍງ ແລະ ເຊື່ອມຈອດປະຊາຄົມ ແມ່ນໍ້າຂອງ (Towards an Integrated and Connected Mekong Community) ” ເພື່ອໃຫ້ບັນດາຜູ້ນໍາ ໄດ້ແລກປ່ຽນທັດສະນະ ກ່ຽວກັບ ການທົບທວນ ແລະ ຕີລາຄາຄືນການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ແນໃສ່ສ້າງຄວາມເຂັ້ມແຂງໃນຂະບວນການຮ່ວມມື ແລະ ເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ສອດຄ່ອງກັບໃນໄລຍະຂ້າມຜ່ານຂອງຍຸກໄໝ ແຫ່ງໂລກາພິວັດ. ກອງປະຊຸມຄັ້ງນີ້ ຈະຮັບຮອງເອົາຖະແຫຼງ ການບາງກອກ ແລະ ແຜນແມ່ບົດແອັກແມັກ 2019-2023 ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ.
ກອງປະຊຸມສຸດຍອດ (CLMV)ຄັ້ງທີ 9 ຈະດໍາເນີນໄປພາຍໃຕ້ຫົວຂໍ້ “ ເພື່ອການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດໃຫ້ຫຼາຍຂຶ້ນກວ່າເກົ່າ( For Greater Economic Integration and Connectivity)” ເພື່ອໃຫ້ ຜູ້ນໍາ 4 ປະເທດ ໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມສຸດຍອດ CLMV ຄັ້ງທີ 8 ໃນປີ 2016 ຜ່ານມາ ແລະ ທິດທາງການຮ່ວມມືໃນ 2ປີ ຕໍ່ໜ້າ ທັງນີ້ກໍເພື່ອແນໃສ່ຮັດແຄບຊ່ອງຫວ່າງຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ປະເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ແລະ ສະມາຊິກອາຊຽນເກົ່າ ໃຫ້ຍັບເຂົ້າໃກ້ກັນ ເທື່ອລະກ້າວ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ. ກອງປະຊຸມຄັ້ງນີ້ຈະຮັບຮອງ ເອົາຖະແຫຼງການຮ່ວມ ເພື່ອເປັນທິດທາງໃນການຮ່ວມມື ໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ກອງປະຊຸມACMECS CEO Forum ຈະຖືກຈັດຂຶ້ນເປັນຄັ້ງທໍາອິດ ເພື່ອໂຄສະນາເຜີຍແຜ່ ບັນດາທ່າແຮງບົ່ມຊ້ອນ ແລະ ກາລະໂອກາດໃນບັນດາປະເທດແອັກແມັກ ໃຫ້ແກ່ ພາກເອກະຊົນ, ຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ລວມທັງ ບັນດາປະເທດທີ່ມີຄວາມສົນໃຈຕໍ່ ຂອບການຮ່ວມມືແອັກແມັກ ແນໃສ່ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນນີ້ ໃຫ້ນັບມື້ນັບຫຼາຍຂຶ້ນ. ຄຽງຄູ່ກັນນີ້, ຈະມີການຈັດງານວາງສະແດງ ຮູບພາບ ແລະ ວີດີໂອ ທີ່ສະທ້ອນໃຫ້ເຫັນເຖິງຜົນສໍາເລັດ ແລະ ຄວາມຄາດຫວັງຂອງການຮ່ວມມືໃນອະນາຄົດ ຂອງຂອບການຮ່ວມມືດັ່ງກ່າວ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍ ກັບ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ນາຍົກລັດຖະມົນຕີ ໄທ ອີກດ້ວຍ.