ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 24, ທີ່ ໂຕກຽວ, ຍີ່ປຸ່ນ

     ວັນທີ 10 ມິຖຸນາ 2018ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 24 ຕາມການເຊື້ອເຊີນ ຂອງ ສຳນັກໜັງສືພິມເສດຖະກິດ ຍີ່ປຸ່ນ ຫຼື ນິກເກ (NIKKEI) ໃນວັນທີ 11-12 ມິຖຸນາ 2018 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ.

         ກອງປະຊຸມຄັ້ງນີ້ ຈະດຳເນີນໄປ ພາຍໃຕ້ຫົວຂໍ້ ສືບຕໍ່ເປີດກ້ວາງອາຊີ-ຈະເຮັດແນວໃດ ເພື່ອບັນລຸ ຄວາມວັດທະ ນາຖາວອນ ແລະ ມີສະຖຽນລະພາບ” (Keeping Asia Open – How to Achieve Prosperity and Stability), ຊຶ່ງ ທ່ານ ນາຍົກລັດຖະມົນຕີ ຈະໃຫ້ກຽດຂຶ້ນກ່າວ ບົດປາໄສ ຕໍ່ ຫົວຂໍ້ດັ່ງກ່າວ ແລະ ຈະໃຫ້ສຳພາດຂ່າວ ທີ່ປິ່ນອ້ອມວຽກງານ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ທັດສະນະ ຕໍ່ການເຊື່ອມໂຍງເສດຖະກິດ ພາກພື້ນ ແລະ ສາກົນ ໃນປະຈຸບັນ.

       ໃນໂອກາດເຄື່ອນໄຫວ ຢູ່ ປະເທດຍີ່ປຸ່ນ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍ ກັບ ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ຍີ່ປຸ່ນ ຢ່າງເຕັມຮູບແບບ ແລະ ຮັບການເຂົ້າຢ້ຽມຂ່ຳນັບ ບັນດາການນຳ ທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ບັນດາ ອົງການ/ສະມາຄົມ ທີ່ສຳຄັນ ຂອງ ປະເທດ ຍີ່ປຸ່ນ ອີກດ້ວຍ.

       ກອງປະຊຸມສາກົນ ກ່ຽວກັບ ອະນາຄົດ ຂອງອາຊີ ແມ່ນໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 1995 ເປັນຕົ້ນມາ ໂດຍສຳນັກໜັງສືພິມ ນິກເກ ຂອງ ຍີ່ປຸ່ນ, ເຊິ່ງໄດ້ເຊື້ອເຊີນ ບັນດາຜູ້ນຳ, ຜູ້ບໍລິຫານຂັ້ນສູງ ຂອງພາກລັດ ແລະ ເອກະຊົນ ລວມທັງອະດີດການນຳ, ຜູ້ຊົງຄຸນນະວຸດທິ, ປະທານອົງການ ແລະ ສະຖາບັນພາກພື້ນ ແລະ ສາກົນ ໃນທົ່ວພາກພື້ນອາຊີ ເຂົ້າຮ່ວມ ເພື່ອລະດົມແນວຄວາມຄິດ ແລະ ມີຂໍ້ສະເໜີແນະໃໝ່ໆ ທີ່ສ້າງສັນ ແນໃສ່ສືບຕໍ່ ພັດທະນາ ພາກພື້ນອາຊີ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ພະນະທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນປີ 2017 ຜ່ານມາ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485506
ມື້ນີ້11
ມື້ວານ196
ອາທິດນີ້542
ເດືອນນີ້4811