ແຈ້ງການຂອງກະຊວງການຕ່າງປະເທດ
ເລື່ອງ: |
ການຂະຫຍາຍເວລາພັກເຊົາຂອງພົນລະເມືອງລາວ ແລະ ບຣູໄນ ທີ່ຖືໜັງສືຜ່ານແດນການທູດ, ລັດຖະການ ແລະ ທໍາມະດາ ຈາກ 14 ວັນ ເປັນ 30 ວັນ (ຍົກເວັ້ນວີຊາ). |
ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ພົນລະເມືອງຂອງສອງປະເທດ ລາວ-ບຣູໄນ ໃນການໄປມາຫາສູ່, ພັກເຊົາ ແລະ ທ່ອງທ່ຽວ, ລັດຖະບານ ສປປ ລາວ-ບຣູໄນ ໄດ້ຕົກລົງຂະຫຍາຍເວລາພັກເຊົາຂອງພົນລະເມືອງລາວ ແລະ ບຣູໄນ ທີ່ຖືໜັງສືຜ່ານແດນການທູດ, ລັດຖະການ ແລະ ທໍາມະດາ (ຍົກເວັ້ນວີຊາ) ຈາກ 14 ວັນ ເປັນ 30 ວັນ, ຊຶ່ງເລີ່ມປະຕິວັດແຕ່ວັນທີ່ 30 ມີນາ 2018 ເປັນຕົ້ນໄປ, ຖ້າພົນລະເມືອງຂອງສອງປະເທດຫາກມີຈຸດປະສົງພັກເຊົາເກີນເວລາທີ່ກໍານົດໄວ້ ແມ່ນຕ້ອງໄດ້ຂໍວີຊາ.