ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຊີນຮ່ວມແຂ່ງຂັນອອກແບບ ຮູບພາບສັນຍາລັກ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ຂອບການຮ່ວມມື MLC ໃນວັນທີ 23 ມີ ນາ ທີ່ຜ່ານມາ ເປັນມື້ຄົບຮອບ 3 ປີ. ດັ່ງນັ້ນ, ກອງເລຂາ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ກົມເສດຖະກິດ, ກະຊວງການຕ່າງປະເທດ) ຈະໄດ້ຈັດກິດຈະກຳຕ່າງໆ. ​ເຊິ່ງໃນນັ້ນ, ແມ່ນການແຂ່ງຂັນອອກແບບ ຮູບພາບສັນຍາລັກ ຂອງການເປັນປະທານຮ່ວມຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ສຳລັບ ປີ 2018-2020 ສຳລັບຊາວຫນຸ່ມລາວ.

        ສຳລັບເງື່ອນໄຂການແຂ່ງຂັນມີດັ່ງນີ້, ຜູ້ເຂົ້າປະກວດຕ້ອງ ເປັນນັກຮຽນ, ນັກສຶກສາ, ພະນັກງານ ແລະ ປະຊາຊົນ ທີ່ເປັນສັນຊາດລາວ ທີ່ມີອາຍຸ ລະຫວ່າງ 15-35 ປີ ແລະ ຕ້ອງລະບຸລະອຽດເຊັ່ນ:ວັນເດືອນປີເກີດ, ອາຊີບປັດຈຸບັນ, ທີ່ຢູ່, ເບີໂທ ແລະ ອີເມວ ຕິດຕໍ່ໃສ່ດ້ານຫລັງຂອງຮູບພາບສັນຍາລັກ; ຮູບພາບ ສັນຍາລັກ ຕ້ອງເປັນຮູບສີ, ແຕ້ມດ້ວຍລະບົບຄອມພິວເຕີ, ຂະໝາດເຈ້ຍ A4 ແລະ ໃຫ້ອະທິບາຍເນື້ອໃນ ໂດຍຫຍໍ້ ກ່ຽວກັບຮູບພາບນັ້ນ; ຮູບພາບສັນຍາລັກ ຕ້ອງສະແດງໃຫ້ເຫັນ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ, ເໝືອນດັ່ງການຢູ່ຮ່ວມກັນ ຕາມລຳແມ່ນ້ຳສາຍດຽວກັນ, ຄວາມຈະເລີນຮູ່ງເຮືອງທາງ ດ້ານເສດຖະກິດ, ຄວາມຫລາກຫລາຍ ທາງດ້ານວັດທະນະທຳສັງຄົມ ແລະການພັດທະນາແບບຢືນຍົງ ໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

        ສ່ວນລາງວັນປະກອບມີ 3 ລະດັບ ຄື: ລາງວັນທີ 1 ຈະໄດ້ຮັບເງິນສົດ 2 ລ້ານກີບ, ພ້ອມໃບຢັ້ງຢືນ; ລາງວັນທີ 2 ຈະໄດ້ຮັບເງິນສົດ 1,5 ລ້ານກີບ, ພ້ອມໃບຢັ້ງຢືນ ​ແລະ ລາງວັນທີ 3 ຈະໄດ້ຮັບ ເງິນສົດ 1 ລ້ານກີບ, ພ້ອມໃບຢັ້ງຢືນ. ສຳລັບ ຮູບພາບສັນຍາລັກທີ່ໄດ້ຮັບລາງ ວັນຊະນະເລີດ ແມ່ນຈະນຳໃຊ້ເຂົ້າ ໃນກອງປະຊຸມລະດັບຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ສ່ວນຜູ້ທີ່ໄດ້ຮັບລາງວັນທີ 2 ແລະ ທີ 3 ຈະໄດ້ຖືກເຊີນ ເປັນແຂກງານລ້ຽງ ຕ້ອນຮັບ ສຳລັບບັນດາຜູ້ນຳປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ຈີນ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ)ຄັ້ງທີ 3 ທີ່ນະຄອນຫລວງວຽງຈັນ.

        ການ​ປະກາດ​ເຂົ້າ​ຮ່ວມ​ແຂ່ງຂັນ​ແມ່ນ​ມີກຳນົດເວລາ ຕັ້ງແຕ່ມື້ນີ້ໄປຈົນເຖິງ ວັນທີ 13 ມິຖຸນາ 2018, ສາມາດສົ່ງຮູບພາບໄດ້ ທີ່ກົມເສດຖະກິດ, ກະຊວງການຕ່າງປະເທດ, ຖະຫນົນ 23 ສິງຫາ, ບ້ານໂພນໄຊ, ນະຄອນຫລວງວຽງຈັນ. ປະກາດລາຍຊື່ ຜູ້ຊະນະເລີດ ໃນວັນທີ 30 ມິຖຸນາ 2018, ລາຍລະອຽດ ເພີ່ມເຕີມສາມາດຕິດຕໍ່ໄດ້ ທີ່ເບີ: 021 454317 ຫລື 020 55040111, 020 59986636 ແລະ 020 55615942 ຫລື ສາມາດພົວພັນ ກົມເສດຖະກິດກະຊວງການຕ່າງປະເທດ.

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478547
ມື້ນີ້142
ມື້ວານ165
ອາທິດນີ້256
ເດືອນນີ້4778