ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຕ່າງໆ ທີ່ ຮ່າໂນ້ຍ, ສສ ຫວຽດນາມ

_ດຣ_ທອງລນ_ສສລດ.jpg

    ໃນວັນທີ 29 ມີນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນຳ້ຂອງ ຄັ້ງທີ 6,ກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດ ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10ໃນລະຫວ່າງ ວັນທີ 30-31 ມີນາ 2018 ທີ່ ຮ່າໂນ້ຍ, ສສ ຫວຽດນາມຕາມການເຊື້ອເຊີນ ຂອງ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

          ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງນີ້ ຈະເປັນການສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການຮ່ວມມື ແລະ ການເປັນຄູ່ຮ່ວມງານ ໃນການສົ່ງເສີມ ແລະ ພັດທະນາອະນຸພາກພື້ນແມ່ນຳ້ຂອງ ກໍ່ຄື ບັນດາແລວທາງເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ລະຫວ່າງບັນດາປະເທດສະມາຊິກ ແລະ ການສະໜັບສະໜູນຈາກ ຄູ່ຮ່ວມພັດທະນາ, ເຊິ່ງຈະໄດ້ຮັບຮອງເອົາຖະແຫຼງການຮ່ວມ ແລະ ເອກະສານຈຳນວນໜຶ່ງ ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ກອງປະຊຸມສຸດຍອດ ທຸລະກິດອະນຸພາກພື້ນແມ່ນໍ້າຂອງໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ເພື່ອໂຄສະນາເຜີຍແຜ່ ບັນດາທ່າແຮງບົ່ມຊ້ອນ ແລະ ກາລະໂອກາດໃນອະນຸພາກພື້ນແມ່ນໍ້າຂອງ ໃຫ້ແກ່ ພາກເອກະຊົນ ແລະ ຄູ່ຮ່ວມມືພັດທະນາ ແນໃສ່ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນນີ້ ໃຫ້ນັບມື້ນັບຫຼາຍຂຶ້ນ. ຄຽງຄູ່ກັນນີ້, ຈະມີການຈັດງານວາງສະແດງ ຮູບພາບ ແລະ ເຜີຍແຜ່ຮູບເງົາ ທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງການຮ່ວມມື ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີທີ່ຜ່ານມາ.

          ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10, ນີ້ ຜູ້ນໍາ 3 ປະເທດຈະໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນປີ 2016 ຜ່ານມາ ທີ່ ສຽມລຽບ ແລະ ຈະໄດ້ຮັບຮອງ ແລະ ລົງນາມ ຖະແຫຼງການຮ່ວມ ເພື່ອເປັນທິດທາງໃນການຮ່ວມມື ໃນຕໍ່ໜ້າເຊັ່ນກັນ ລວມທັງຈະໄດ້ ຮັບຮອງເອົາ ແຜນປະຕິບັດງານ ວ່າດ້ວຍ ການເຊື່ອມຈອດເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030.

          ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີແຜນຈະພົບປະສອງຝ່າຍ ກັບບັນດາຜູ້ນຳຂອງປະເທດສະມາຊິກ ອະນຸພາກພື້ນແມ່ນໍ້າຂອງ ແລະ ຈະເຂົ້າຢ້ຽມຂຳ່ນັບການນຳຂັ້ນສູງ ຂອງ ສສ ຫວຽດນາມ ອີກດ້ວຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485821
ມື້ນີ້120
ມື້ວານ206
ອາທິດນີ້857
ເດືອນນີ້5126