ໂດຍຕອບສະໜອງຕາມຄໍາເຊີນ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ທ່ານເລຂາທິ ການໃຫຍ່ OECD, ໃນລະຫວ່າງວັນທີ 06-09 ມີນາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວເດີນທາງເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີກ່ຽວກັບ ແຜນງານ OECD ເຂດພາກພື້ນຕາເວັນອອກສ່ຽງໃຕ້ (The Ministerial Conference of the OECD Southeast Asia Regional Programme), ທີ່ ຈະຈັດຂຶ້ນ ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ, ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງອາຊຽນ (Inclusive ASEAN)”.
ກອງປະຊຸມຄັ້ງນີ້, ຈະເປັນໂອກາດດີໃນການເຕົ້າໂຮມບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງຈາກປະເທດອາຊີຕາເວັນອອກສ່ຽງໃຕ້ ຂອງປະເທດສະມາຊິກ OECD ມາປຶກສາຫາລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍ ໃນການບັນລຸການພັດທະນາແບບມີສ່ວນຮ່ວມໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍເນັ້ນໃສ່ປຶກສາຫາລື 2ບັນ ຫາ ສໍາຄັນ ຄື: 1). ການມີສ່ວນຮ່ວມຜ່ານການເຊື່ອມຈອດ (Inclusiveness through Connectivity); ແລະ 2). ການມີສ່ວນຮ່ວມຜ່ານການເຂົ້າຮ່ວມ (Inclusiveness through Participation).
ໃນໂອກາດການໄປຮ່ວມກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ຈະໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງຝ່າຍຍີ່ປຸ່ນ ທ່ານ ທະໂຣ ໂຄໂນະ (Mr. Taro KONO), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ອະດີດການນໍາກະຊວງການຕ່າງປະເທດຍີ່ປຸ່ນທ່ານອື່ນໆ ລວມທັງອົງການກ່ຽວຂ້ອງທີ່ສໍາຄັນຈໍານວນໜຶ່ງ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມຍຸດທະສາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.