ແຈ້ງການຂອງກະຊວງການຕ່າງປະເທດ
ເລື່ອງ: ການຍົກເວັ້ນວີຊາຝ່າຍດຽວໃຫ້ແກ່ພົນລະເມືອງທີ່ຖືໜັງສືຜ່ານແດນທຳມະດາ
ຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ.
ເພື່ອເປັນການສະໜອງຕາມແນວທາງນະໂຍບາຍ “ເປີດປີທ່ອງທ່ຽວລາວ 2018” ຂອງລັດຖະບານໃຫ້ບັນລຸເປົ້າໝາຍ ແລະ ມີຄວາມຄຶກຄື້ນ. ສະນັ້ນ, ລັດຖະບານແຫ່ງ ສປປ ລາວ ເຫັນດີອະນຸມັດໃຫ້ຍົກເວັ້ນວີຊາຝ່າຍດຽວ (ຍົກເວັ້ນແບບບໍ່ຕິດວີຊາສະຕິກເກີ້ໃສ່ໜັງສືຜ່ານແດນ) ໃຫ້ແກ່ພົນລະເມືອງທີ່ຖືໜັງສືຜ່ານແດນທຳມະດາຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ, ນັບແຕ່ວັນທີ 01 ມັງກອນ 2018 ເຖິງ ວັນທີ 31 ທັນວາ 2018 (ສະເພາະປີທ່ອງທ່ຽວລາວ 2018) ໂດຍກຳນົດພັກເຊົາ 15 ວັນ.