ແຈ້ງການຂອງກະຊວງການຕ່າງປະເທດ
ເລື່ອງ: ການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນ
ທຳມະດາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ.
ສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ ທີ່ໄດ້ລົງນາມໃນວັນທີ 08 ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ, ມີຜົນບັງຄັບໃຊ້ນັບແຕ່ວັນທີ 02 ທັນວາ 2017, ເຊິ່ງມີເນື້ອໃນສຳຄັນດັ່ງລຸ່ມນີ້:
- ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ມີອາຍຸນຳໃຊ້ໄດ້ ແລະ ບໍ່ມີຈຸດປະສົງໄປເຄື່ອນໄຫວຫາວຽກເຮັດງານທຳ, ສຶກສາຢູ່ຕາມສະຖາບັນການສຶກສາຕ່າງໆ ຫຼື ດຳລົງຊີວິດຢູ່ແບບຖາວອນໃນດິນແດນຂອງຄູ່ສັນຍາ, ສາມາດເດີນທາງເຂົ້າ-ອອກ, ພັກເຊົາ ຫຼື ຜ່ານດິນແດນຂອງອີກຝ່າຍໜຶ່ງ ໃນໄລຍະກຳນົດເວລາສາມສິບ (30) ວັນ ໂດຍບໍ່ຈຳເປັນຂໍວີຊາ.
- ຜູ້ທີ່ຖືໜັງສືຜ່ານແດນທຳມະດາ ທີ່ບໍ່ໄດ້ລະບຸໃນຂໍ້ 1 ຈະຕ້ອງໄດ້ຂໍວີຊາ ເພື່ອເດີນທາງເຂົ້າໄປໃນດິນແດນຂອງຄູ່ສັນຍາ.
- ໄລຍະກຳນົດຂອງການພັກເຊົາສຳລັບບຸກຄົນຢູ່ໃນດິນແດນຂອງຄູ່ສັນຍາທີ່ລະບຸໄວ້ໃນຂໍ້ 1 ສູງສຸດບໍ່ເກີນເກົ້າສິບ (90) ວັນ ໃນໄລຍະເວລາຮ້ອຍແປດສິບ (180) ວັນ.