ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ແລະ ຊີວະປະຫວັດຫຍໍ້ຂອງ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ຈະເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ

 

ແຈ້ງການຂອງຫ້ອງວ່າການປະທານປະເທດ 

 

 

ຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ດຣ. ໂທນີ ທານ ເກັງ ຢຳ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 11-14 ມັງກອນ 2017 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ສິງກະໂປ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ.

 

 

****************************

ຊີວະປະຫວັດຫຍໍ້

PresidentTonyTan

1. ປະຫວັດສະເພາະ

-       ຊື່ ແລະ ນາມສະກຸນພະນະທ່ານ ດຣ. ໂທນີ ທານ ເກັງ ຢຳ (H.E Dr. Tony Tan Keng Yam) 

-       ຕຳແໜ່ງປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ.

-       ວັນເດືອນປີເກີດ7 ກຸມພາ 1940

-       ສະພາບຄອບຄົວ: ແຕ່ງງານ, ມີລູກ 4 ຄົນ

 

2. ລະດັບການສຶກສາ

-       ຮຽນສາມັນສຶກສາ ທີ່ ໂຮງຮຽນ ເຊນ ແພດທຣິກ ແລະ ສະຖາບັນ ເຊນ ໂຈເຊັບ.

-       ປີ 1962 ຈົບການສຶກສາ ລະດັບປະລິນຍາຕີ ກຽດນິຍົມອັນດັບໝຶ່ງ ຂະແໜ່ງຟີຊິກສາດ ມະຫາວິທະຍາໄລ ສິງກະໂປ. ຫລັງຈາກນັ້ນ, ສຶກສາຕໍ່ໃນ ລະດັບປະລິນຍາໂທ ສາຂາວິທະຍາສາດທຳມະຊາດ ທີ່ ສະຖາບັນ ເຕັກໂນໂລຊີ ແມດຊາຈູເຊັດ, ປະເທດ ສະຫະລັດ ອາເມລິກາ ແລະ ສຶກສາຕໍ່ ປະລິນຍາເອກຂະແໜງຄະນິດສາດປະຍຸກ ທີ່ ມະຫາວິທະຍາໄລ ອາດີເລດ ປະເທດ ອົດສະຕາລີ.

 

3. ປະສົບການເຮັດງານ

-       ກໍລະກົດ 2011: ລົງສະໝັກເລືອກຕັ້ງ ປະທານາທິບໍດີ ຊຶ່ງໄດ້ຮັບເລືອກ ແລະ ກາຍເປັນປະທານາທິບໍດີ ຄົນທີ່ 7 ແຫ່ງ ສາທາລະນະລັດ ສິງກະໂປ ໃນວັນທີ 1 ກັນຍາ 2011.

-    ກັນຍາ 2005: ເຂົ້າບຳນານ ແລະ ຖືກແຕ່ງຕັ້ງເປັນຮອງຜູ້ອຳນວຍການ ແລະ ຜູ້ບໍລິຫານລະດັບສູງ ຂອງວິສະຫະກິດ ເພື່ອການລົງທຶນ ຂອງ ລັດຖະບານ ສິງກະໂປ; ເປັນປະທານກອງທຶນເພື່ອການຄົ້ນຄ້ວາແຫ່ງຊາດ; ເປັນຮອງປະທານ ສະພາຄົ້ນຄວ້າ ນະວັດຕະກຳ ແລະ ວິສາຫະກິດ, ແລະ ເປັນປະທານ ກຸ່ມບໍລິສັດ ສື່ມວນຊົນ ສິງກະໂປ.

-       ສິງຫາ 2003: ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີປະສານງານ ປະຈຳ ກະຊວງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.

-       ສິງຫາ1995: ກັບມາເຮັດວຽກກັບ ພາກລັດ ແລະ ໄດ້ຮັບການແຕ່ງຕັ້ງເປັນ ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງປ້ອງກັນປະເທດ.

-       ທັນວາ 1991: ໄດ້ລາອອກຈາກ ພາກລັດ ແລະ ກັບໄປເຮັດວຽກກັບພາກເອກະຊົນ ຊຶ່ງໄດ້ເປັນຜູ້ອຳນວຍການໃຫ່ຍທະນາຄານ OCBC.

-       ແຕ່ປີ 1985 - 1991: ເປັນລັດຖະມົນຕີ ກະຊວງສຶກສາທິການ.

-       ແຕ່ປີ 1983 - 1985: ເປັນລັດຖະມົນຕີກະຊວງການເງິນ, ຂະນະດຽວກັນ ກໍດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ.

-       ປີ 1981: ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ.

-       ປີ 1980: ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງສຶກສາທິການ, ຂະນະດຽວກັນ ກໍດຳລົງຕຳແໜ່ງເປັນ ຮອງຄະນະບໍດີມະຫາວິທະຍາໄລ ແຫ່ງຊາດ ສິງກະໂປ.

-       ປີ 1979: ເລີ່ມເຂົ້າມາຫລິ້ນການເມືອງ ແລະ ຖືກເລືອກຕັ້ງ ເປັນສະມາຊິກສະພາ ກ່ອນຈະໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ແຫ່ງລັດ ອາວຸໂສ ປະຈຳ ກະຊວງສຶກສາທິການ.

-       ປີ 1969: ເຂົ້າເຮັດວຽກທີ່ ທະນາຄານ OCBC (Overseas-Chinese Banking Corporation), ຊຶ່ງ ທ່ານ ໄດ້ຂຶ້ນດຳລົງຕຳແໜ່ງເປັນຜູ້ຈັດການ ໃນເວລາຕໍ່ມາ.

-       ປີ 1967: ເປັນອາຈານສອນ ຢູ່ ຄະນະຄະນິດສາດ ມະຫາວິທະຍາໄລ ສິງກະໂປ.

-       ປີ 1964: ເປັນອາຈານສອນ ຢູ່ ຄະນະຟີຊິກສາດ ມະຫາວິທະຍາໄລ ສິງກະໂປ.

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484634
ມື້ນີ້150
ມື້ວານ188
ອາທິດນີ້1072
ເດືອນນີ້3939